ວັນພຸດ ທີ 25 ພະຈິກ 2026ອັບເດດລ່າສຸດ 14:32ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຊັອກໂລກ! ນັກຮ້ອງສາວອີຣ່ານ ຖືກລົງໂທດຟາດດ້ວຍໄມ້ແສ້ ເຫດບໍ່ໄດ້ໃສ່ຜ້າຄຸມຫົວ (ຮິຢາບ) ຂື້ນຮ້ອງເພງອອນລາຍເມື່ອປີ 2024

ໂດຍ kaling
· 7 ນາທີ ກ່ອນອ່ານ 2 ນາທີ0 ຄັ້ງ
ຊັອກໂລກ! ນັກຮ້ອງສາວອີຣ່ານ ຖືກລົງໂທດຟາດດ້ວຍໄມ້ແສ້ ເຫດບໍ່ໄດ້ໃສ່ຜ້າຄຸມຫົວ (ຮິຢາບ) ຂື້ນຮ້ອງເພງອອນລາຍເມື່ອປີ 2024
ADadvertisement
ADadvertisement
ADadvertisement

ກາຍເປັນປະເດັນທີ່ສ້າງຄວາມສະເທືອນໃຈ ແລະ ຖືກວິພາກວິຈານຢ່າງໜັກໃນລະດັບນານາຊາດ ຫຼັງຈາກທະນາຍຄວາມຂອງ ປາຣາສຕູ ອາມາດີ (Parastoo Ahmadi) ນັກຮ້ອງສາວຊາວອີຣ່ານ ໄວ 29 ປີ ໄດ້ອອກມາຢືນຢັນວ່າ ລູກຄວາມຂອງຕົນ ແລະ ທີມງານອີກ 4 ຄົນ ໄດ້ຖືກທາງການອີຣ່ານບັງຄັບໃຊ້ບົດລົງໂທດ ໄມ້ແສ້ຟາດຄົນລະ 74 ບາດ ແລ້ວ ເມື່ອວັນທີ 23 ພະຈິກ 2026 ທີ່ຜ່ານມາ.

ເບື້ອງຫຼັງຄະດີຈາກຄອນເສີດອອນລາຍ
ຕາມການລາຍງານຂອງສຳນັກຂ່າວ BBC News ແລະ CNN ລະບຸວ່າ ເຫດການດັ່ງກ່າວມີຈຸດເລີ່ມຕົ້ນມາຈາກເດືອນທັນວາ ປີ 2024 ໂດຍ ປາຣາສຕູ ອາມາດີ ໄດ້ຈັດຄອນເສີດອອນລາຍແບບບໍ່ມີຜູ້ຊົມໃນສະຖານທີ່ຈິງ ຖ່າຍທອດສົດຜ່ານຊ່ອງ YouTube ຂອງຕົນເອງ ຈາກສະຖານທີ່ປະຫວັດສາດໃກ້ກັບເມືອງກອມ (Qom).

ໃນການສະແດງຄັ້ງນັ້ນ ນາງໄດ້ສວມຊຸດເດຣສແຂນກຸດສີດຳ ໂດຍບໍ່ໄດ້ໃສ່ຜ້າຄຸມຫົວ (ຮິຢາບ) ແລະ ຮ້ອງເພງດ່ຽວຮ່ວມກັບນັກດົນຕີຊາຍ ເຊິ່ງຄລິບດັ່ງກ່າວໄດ້ກາຍເປັນໄວຣັລໃນໂລກອອນລາຍ ແລະ ມີຍອດເຂົ້າຊົມຫຼາຍກວ່າ 3.2 ລ້ານເທື່ອ. ຢ່າງໃດກໍຕາມ ພາຍໃຕ້ກົດໝາຍທີ່ເຂັ້ມງວດຂອງອີຣ່ານ ແມ່ນຫ້າມບໍ່ໃຫ້ແມ່ຍິງຮ້ອງເພງດ່ຽວໃນທີ່ສາທາລະນະ ແລະ ບັງຄັບໃຫ້ແມ່ຍິງທຸກຄົນຕ້ອງສວມຜ້າຄຸມຮິຢາບ.

ADadvertisement
ADadvertisement
ADadvertisement

ຄຳຕັດສິນ ແລະ ບົດລົງໂທດທີ່ຮຸນແຮງ
ສານອາຍາເມືອງກອມ ໄດ້ຕັດສິນວ່ານາງ ແລະ ທີມງານມີຄວາມຜິດໃນຂໍ້ຫາ “ລະເມີດສິນລະທຳອັນດີຂອງສາທາລະນະ” ຈາກການເຜີຍແຜ່ເນື້ອຫາທີ່ບໍ່ເໝາະສົມທາງອອນລາຍ ໂດຍມີບົດລົງໂທດດັ່ງນີ້:

  • ລົງໂທດຂ້ຽນຄົນລະ 74 ບາດ: ຖືກບັງຄັບໃຊ້ໂທດຈິງແລ້ວທີ່ເມືອງກອມ ທັງຕົວນັກຮ້ອງສາວ, ໂປຣດິວເຊີ ແລະ ນັກດົນຕີຊາຍອີກ 3 ຄົນ.
  • ຫ້າມເຮັດວຽກດ້ານສິລະປະ ແລະ ດົນຕີ ເປັນເວລາ 2 ປີ.
  • ຫ້າມເດີນທາງອອກນອກປະເທດ ເປັນເວລາ 2 ປີ.

ກະແສປະນາມຈາກນານາຊາດ
ຫຼັງຈາກຂ່າວການບັງຄັບໃຊ້ບົດລົງໂທດຖືກເຜີຍແຜ່ອອກໄປ ອົງກອນສິດທິມະນຸດສາກົນຢ່າງ Amnesty International ລວມເຖິງລັດຖະບານຫຼາຍປະເທດໃນຝ່າຍຕາເວັນຕົກ ຕ່າງກໍອອກມາປະນາມການກະທຳດັ່ງກ່າວຢ່າງຮຸນແຮງ ໂດຍຊີ້ວ່າການລົງໂທດດ້ວຍການຂ້ຽນຕີ ຖືເປັນການທໍລະມານທີ່ໄຮ້ມະນຸດສະທຳ ແລະ ເປັນການລະເມີດສິດເສລີພາບຂັ້ນພື້ນຖານຂອງແມ່ຍິງ.

ທີ່ມາ:BBC News, CNN, The Guardian

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 25 ພະຈິກ 2026 · ແຮມ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່