
ນາທີລະທຶກ! ຕຳຫຼວດໄທສົນທິກຳລັງບຸກຊ່ວຍເຫຼືອ 2 ສາວຊາວຈີນ ຖືກລັກພາຕົວຮຽກຄ່າໄຖ່ກາງເມືອງພັດທະຍາ ມູນຄ່າກວ່າ 2 ລ້ານບາດ

ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າເມືອງ (ຕມ.), ຕຳຫຼວດສືບສວນນະຄອນບານ, ຕຳຫຼວດສືບສວນພາກ 2 ແລະ ຕຳຫຼວດທ່ອງທ່ຽວ ໄດ້ສົນທິກຳລັງບຸກເຂົ້າຊ່ວຍເຫຼືອຍິງຊາວຈີນ 2 ຄົນ ທີ່ຖືກຄົນຮ້າຍຊາວຈີນລັກພາຕົວກັກຂັງ ແລະ ຮຽກຄ່າໄຖ່ເປັນເງິນສູງເຖິງ 2 ລ້ານບາດ ຢູ່ພາຍໃນທີ່ພັກແຫ່ງໜຶ່ງໃນເມືອງພັດທະຍາ ຈັງຫວັດຊົນບຸລີ ໂດຍສາມາດຊ່ວຍຕົວປະກັນອອກມາໄດ້ຢ່າງປອດໄພ ພ້ອມຈັບກຸມຜູ້ກໍ່ເຫດໄດ້ທັນຄວັນ.


ຈຸດເລີ່ມຕົ້ນຂອງເຫດການ
ຈາກການສືບສວນ ແລະ ຄຳໃຫ້ການຂອງຜູ້ກໍ່ເຫດຊາວຈີນ ຊື່ ທ້າວ ຈ້ຽນ ຊຸຍ (Mr. Jian Cui) ລະບຸວ່າ ໄດ້ຮູ້ຈັກກັບຜູ້ເສຍຫາຍທັງສອງຜ່ານແອັບພລິເຄຊັນ Xiaohongshu ແລະ ໄດ້ນັດພົບກັນຢູ່ຖະໜົນເຂົ້າສານ ບາງກອກ ໃນວັນທີ 16 ພະຈິກ ທີ່ຜ່ານມາ. ຈາກນັ້ນ ໃນວັນທີ 17-18 ພະຈິກ ໄດ້ຊັກຊວນກັນເດີນທາງໄປທ່ຽວທີ່ເມືອງພັດທະຍາ ກ່ອນທີ່ຜູ້ກໍ່ເຫດຈະພາທັງສອງຂຶ້ນລົດເຊົ່າໄປຍັງທີ່ພັກ ແລະ ກັກຂັງຕົວໄວ້.
ການຮຽກຄ່າໄຖ່ ແລະ ນາທີບຸກຊ່ວຍເຫຼືອ
ຜູ້ເສຍຫາຍທັງສອງໄດ້ຂາດການຕິດຕໍ່ກັບຄອບຄົວຕັ້ງແຕ່ວັນທີ 18 ພະຈິກ ຈົນກະທັ້ງວັນທີ 21 ພະຈິກ ໄດ້ມີການວິດີໂອຄໍຫາຍາດພີ່ນ້ອງເພື່ອຂໍຢືມເງິນ 500,000 ບາດ ແລະ ມີການຂົ່ມຂູ່ຮຽກເງິນຄ່າໄຖ່ເພີ່ມເຕີມລວມເປັນມູນຄ່າປະມານ 2 ລ້ານບາດ.
ພາຍຫຼັງໄດ້ຮັບແຈ້ງເຫດ ເຈົ້າໜ້າທີ່ຕຳຫຼວດໄດ້ເລັ່ງແກະຮອຍຈົນພົບສະຖານທີ່ກັກຂັງ ແລະ ວາງແຜນເຂົ້າຊ່ວຍເຫຼືອ. ໃນລະຫວ່າງການເຂົ້າຈັບກຸມ ຜູ້ກໍ່ເຫດເກີດອາການຄຸ້ມຄັ່ງ ໃຊ້ມີດຂົ່ມຂູ່ ແລະ ຈີ້ຄໍຕົວເອງດົນກວ່າ 30 ນາທີ. ເຈົ້າໜ້າທີ່ຈຶ່ງຕັດສິນໃຈໃຊ້ປືນຊ໋ອດໄຟຟ້າເຂົ້າສະຫຍົບ ແລະ ຄວບຄຸມຕົວໄວ້ໄດ້ສຳເລັດ ໂດຍທີ່ຍິງຊາວຈີນທັງ 2 ຄົນ ປອດໄພດີ.
ຄຳໃຫ້ການເບື້ອງຕົ້ນ
ໃນເບື້ອງຕົ້ນ ຜູ້ຕ້ອງຫາໄດ້ຮັບສາລະພາບວ່າເປັນຜູ້ກໍ່ເຫດແທ້ ແລະ ອ້າງວ່າໄດ້ຮັບເງິນໂອນຈາກຝ່າຍຜູ້ເສຍຫາຍໄປແລ້ວຈຳນວນ 30,000 ຢວນ. ປັດຈຸບັນ ເຈົ້າໜ້າທີ່ຕຳຫຼວດໄດ້ຄວບຄຸມຕົວຜູ້ກໍ່ເຫດໄປສອບສວນຂະຫຍາຍຜົນ ແລະ ດຳເນີນຄະດີຕາມກົດໝາຍຕໍ່ໄປ.
ທີ່ມາ: COP’S Magazine
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່



ກອງປະຊຸມກົນໄກຮ່ວມມື ສອງຝ່າຍ ຈີນ-ສິງກະໂປ
12 ຊົ່ວໂມງກ່ອນ









