
ທຣຳປ໌ ຈັດພິທີເວັ້ນຊີວິດໄກ່ງວງ 2 ໂຕ ເນື່ອງໃນວັນຂອບໃຈພະເຈົ້າ ກຽມສົ່ງໄປໃຊ້ຊີວິດທີ່ມະຫາວິທະຍາໄລເອແອນເອັມ ແຫ່ງລັດເທັກຊັດ

ປະທານາທິບໍດີ ໂດນັລ ທຣຳປ໌ ພ້ອມດ້ວຍສະຕີໝາຍເລກໜຶ່ງ ຈັດພິທີອະໄພໂທດໃຫ້ໄກ່ງວງ 2 ໂຕ ຕາມປະເພນີໃນວັນຂອບໃຈພະເຈົ້າ (Thanksgiving Day) ກ່ອນຈະສົ່ງໄປໃຊ້ຊີວິດທີ່ມະຫາວິທະຍາໄລ Texas A&M.

ວັນທີ 25 ພະຈິກ 2026 ທ່ານ ໂດນັລ ທຣຳປ໌ ປະທານາທິບໍດີສະຫະລັດ ພ້ອມດ້ວຍ ນາງ ເມລາເນຍ ທຣຳປ໌ ສະຕີໝາຍເລກໜຶ່ງ ໄດ້ຈັດພິທີໄວ້ຊີວິດໄກ່ງວງປະຈຳປີ ເນື່ອງໃນເທດສະການ Thanksgiving ຢູ່ເດີ່ນຫຍ້າທາງດ້ານໃຕ້ຂອງທຳນຽບຂາວ ນະຄອນວໍຊິງຕັນ ດີຊີ. ໂດຍໄກ່ງວງ 2 ໂຕທີ່ໄດ້ຮັບການໄວ້ຊີວິດໃນປີນີ້ ມີຊື່ວ່າ “ຟຣີດອມ” (Freedom) ແລະ “ເຟເທີສ” (Feathers).
ລາຍງານຂ່າວລະບຸວ່າ ໄກ່ງວງທັງສອງໂຕຈະໄດ້ຮັບການຍົກເວັ້ນຈາກການຖືກນຳໄປປຸງແຕ່ງເປັນອາຫານໃນງານສະຫຼອງວັນ Thanksgiving ແລະຈະໄດ້ໃຊ້ຊີວິດທີ່ເຫຼືອຢູ່ພາຍໃນມະຫາວິທະຍາໄລ Texas A&M ຫຼັງຈາກປະຊາຊົນຮ່ວມລົງຄະແນນຜ່ານທາງອອນລາຍ ເພື່ອເລືອກໄກ່ງວງຈາກລັດເວສເວີຈິເນຍ ທີ່ຈະໄດ້ຮັບກຽດເຂົ້າຮ່ວມພິທີ.
ໃນລະຫວ່າງພິທີ ທ່ານທຣຳປ໌ ໄດ້ກ່າວອວຍພອນໃຫ້ປະຊາຊົນອາເມລິກາມີຄວາມສຸກໃນເທດສະການ Thanksgiving ພ້ອມທັງກ່າວເຖິງຜົນງານຂອງລັດຖະບານ ກ່ອນຈະວາງມືລົງເທິງຫຼັງຂອງໄກ່ງວງຊື່ຟຣີດອມ ແລະປະກາດໄວ້ຊີວິດໃຫ້ມັນ ໂດຍລະບຸວ່າ ໄກ່ງວງທັງສອງໂຕຈະໄດ້ເລີ່ມຕົ້ນຊີວິດໃໝ່ຢູ່ໃນມະຫາວິທະຍາໄລ ແລະຈະໄດ້ຮ່ວມສົ່ງສຽງເຊຍທີມ Aggies ໃຫ້ຄວ້າໄຊຊະນະໃນການແຂ່ງຂັນກິລາ.
ທຳນຽບຂາວລະບຸວ່າ ພິທີໃນປີນີ້ເປັນການໄວ້ຊີວິດໄກ່ງວງຄັ້ງທີ 79 ໂດຍປະເພນີນີ້ເລີ່ມຈັດຂຶ້ນເປັນປະຈຳທຸກປີໃນສະໄໝປະທານາທິບໍດີ ຈອດ H.W. ບຸຊ (George H.W. Bush) ໃນປີ 1989 ແລະໄດ້ກາຍເປັນໜຶ່ງໃນກິດຈະກຳສຳຄັນກ່ອນຮອດເທດສະການໃຫຍ່ຂອງຊາວອາເມລິກາ.
ທີ່ມາ: investing
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













