ວັນພຸດ ທີ 25 ພະຈິກ 2026ອັບເດດລ່າສຸດ 16:00ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງບໍ່ແກ້ວ ກວດພົບຈຸດຕ້ອງສົງໄສ ຮັງສະແກມເມີ ຈັບໄດ້ 80 ຄົນ ມີ 5 ສັນຊາດ ຢຶດໂທລະສັບຈຳນວນ 1,758 ເຄື່ອງ!

ໂດຍ Jenjila
· 42 ນາທີ ກ່ອນອ່ານ 1 ນາທີ2 ຄັ້ງ
ປກສ ແຂວງບໍ່ແກ້ວ ກວດພົບຈຸດຕ້ອງສົງໄສ ຮັງສະແກມເມີ ຈັບໄດ້ 80 ຄົນ ມີ 5 ສັນຊາດ ຢຶດໂທລະສັບຈຳນວນ 1,758 ເຄື່ອງ!
ADadvertisement
ADadvertisement
ADadvertisement

ໃນວັນທີ 18-19 ພະຈິກ 2026 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫຼວດເສດຖະກິດ ໄດ້ປະສານສົມທົບກັບພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງບໍ່ແກ້ວ, ພ້ອມດ້ວຍ ປກສ ເມືອງຜາອຸດົມ ແລະ ເມືອງຕົ້ນເຜິ້ງ ລົງກວດກາຈຸດຕ້ອງສົງໄສ ທີ່ມີການລັກລອບເຄື່ອນໄຫວກະທຳຜິດຖານສໍ້ໂກງຊັບຜ່ານລະບົບໂທລະຄົມ (Scam) ຢູ່ບ້ານຜາອຸດົມ ເມືອງຜາອຸດົມ ແລະ ໂຮງແຮມຊຸນທຽນ ບ້ານສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ກວດພົບຈຸດຕ້ອງສົງໄສ ຮັງສະແກມເມີ ຈັບໄດ້ 80 ຄົນ ມີ 5 ສັນຊາດ ຢຶດໂທລະສັບຈຳນວນ 1,758 ເຄື່ອງ!

ຜົນການກວດກາ ພົບຄົນຕ່າງປະເທດທັງໝົດ 80 ຄົນ, ເປັນເພດຍິງ 8 ຄົນ ປະກອບມີ:

  • ສັນຊາດຈີນ 70 ຄົນ, ຍິງ 3 ຄົນ
  • ສັນຊາດໄຕ້ຫວັນ 2 ຄົນ
  • ສັນຊາດມຽນມາ 5 ຄົນ, ຍິງ 3 ຄົນ
  • ສັນຊາດຟີລິບປິນ 1 ຄົນ, ຍິງ 1 ຄົນ
  • ສັນຊາດຫວຽດນາມ 2 ຄົນ

ນອກຈາກນັ້ນ ເຈົ້າໜ້າທີ່ຍັງໄດ້ກວດຢຶດອຸປະກອນ ແລະ ເຄື່ອງມືເອເລັກໂຕຣນິກທີ່ສົງໄສວ່ານຳໃຊ້ເຂົ້າໃນການກະທຳຜິດ ປະກອບມີ:

ADadvertisement
ADadvertisement
ADadvertisement
  • ຄອມພິວເຕີຕັ້ງໂຕະ 55 ເຄື່ອງ
  • ຄອມພິວເຕີໂນດບຸກ 30 ເຄື່ອງ
  • ສະໝອງຄອມພິວເຕີ 14 ເຄື່ອງ
  • ໂທລະສັບມືຖື 1,758 ເຄື່ອງ
  • ແທັບເລັດ 2 ເຄື່ອງ
  • ຊຸດເຄື່ອງແບບເຈົ້າໜ້າທີ່ຈີນ 1 ຊຸດ
  • ເຄື່ອງດູດສັນຍານອິນເຕີເນັດ 1 ເຄື່ອງ

ປັດຈຸບັນ ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ແຂວງບໍ່ແກ້ວ ກຳລັງດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນ ແລະ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ທີ່ມາ: ປກສ ແຂວງບໍ່ແກ້ວ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 25 ພະຈິກ 2026 · ແຮມ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່