
ຈີນກຽມສົ່ງນັກບິນອະວະກາດ ປາກິສຖານຂຶ້ນສູ່ສະຖານີອະວະກາດທຽນກົງ ເປັນຄົນຕ່າງປະເທດຄົນທຳອິດທີ່ຮ່ວມພາລະກິດ!

ປັກກິ່ງ, 24 ພະຈິກ 2026 – ຈີນກຽມສົ່ງຍານອະວະກາດທີ່ມີມະນຸດຄວບຄຸມ Shenzhou-24 ຂຶ້ນສູ່ອະວະກາດ ໃນເວລາ 08:18 ໂມງ ຂອງວັນທີ 25 ພະຈິກ 2026 ຕາມເວລາປັກກິ່ງ ໂດຍຈະມີນັກບິນອະວະກາດຈາກປາກິສຖານຮ່ວມເດີນທາງໄປນຳ ນັບເປັນຄັ້ງທຳອິດທີ່ຄົນຕ່າງປະເທດໄດ້ຮ່ວມພາລະກິດບິນອະວະກາດມີມະນຸດຂອງຈີນ.

ອົງການອະວະກາດມະນຸດຂອງຈີນ (CMSA) ໄດ້ປະກາດລາຍຊື່ຄະນະນັກບິນອະວະກາດ 3 ຄົນ ໃນວັນທີ 24 ພະຈິກ ປະກອບມີ ຖັງ ຫົງໂປ (Tang Hongbo) ເຮັດໜ້າທີ່ຜູ້ບັນຊາການ, ອູ້ ອີ້ (Wu Yi) ເຮັດໜ້າທີ່ວິສະວະກອນການບິນ ແລະ ມູຮຳໝັດ ຊີຊານ ອາລີ (Muhammad Zeeshan Ali) ນັກບິນອະວະກາດຈາກປາກິສຖານ ເຮັດໜ້າທີ່ຜູ້ຊ່ຽວຊານດ້ານການທົດລອງ.
ພາລະກິດດັ່ງກ່າວຈະດຳເນີນການປ່ອຍຍານຈາກສູນສົ່ງຍານອະວະກາດ Jiuquan ທາງພາກຕາເວັນຕົກສຽງເໜືອຂອງຈີນ ໂດຍໃຊ້ຈະຫຼວດ Long March-2F. ຕາມການລາຍງານຂອງອົງການ CMSA ການກະກຽມຍານ ແລະ ຈະຫຼວດໄດ້ດຳເນີນໄປຕາມແຜນການ ແລະ ຄະນະນັກບິນມີສຸຂະພາບພ້ອມສຳລັບພາລະກິດ.

ຈຸດສຳຄັນຂອງພາລະກິດ Shenzhou-24 ແມ່ນການມີນັກບິນຈາກປາກິສຖານເຂົ້າຮ່ວມ ເຊິ່ງຈະເຮັດໃຫ້ Muhammad Zeeshan Ali ກາຍເປັນນັກບິນອະວະກາດຕ່າງຊາດຄົນທຳອິດທີ່ໄດ້ເດີນທາງໄປຢ້ຽມຢາມສະຖານີອະວະກາດ Tiangong ຂອງຈີນ.
ໃນໄລຍະທີ່ຢູ່ໃນວົງໂຄຈອນ ນັກບິນທັງສາມຈະດຳເນີນການທົດລອງທາງວິທະຍາສາດ ລວມທັງວຽກງານບຳລຸງຮັກສາສະຖານີອະວະກາດ. ສ່ວນນັກບິນປາກິສຖານຈະປະຕິບັດພາລະກິດໄລຍະສັ້ນ ແລະ ມີແຜນກັບຄືນໂລກດ້ວຍຍານ Shenzhou-23 ພ້ອມກັບນັກບິນທີ່ກຳລັງປະຈຳຢູ່ໃນສະຖານີ.
ທັງນີ້ ການຮ່ວມມືດ້ານອະວະກາດລະຫວ່າງຈີນ ແລະ ປາກິສຖານ ເປັນຜົນຈາກຂໍ້ຕົກລົງຮ່ວມມືທີ່ລົງນາມໃນເດືອນກຸມພາ 2025 ເພື່ອຝຶກຝົນ ແລະ ຄັດເລືອກນັກບິນປາກິສຖານເຂົ້າຮ່ວມພາລະກິດຢູ່ສະຖານີອະວະກາດຂອງຈີນ.
ພາລະກິດ Shenzhou-24 ຈຶ່ງຖືເປັນອີກກ້າວສຳຄັນຂອງໂຄງການອະວະກາດຈີນ ແລະ ສະທ້ອນເຖິງການຂະຫຍາຍຄວາມຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີອະວະກາດກັບປະເທດອື່ນໆ.
ທີ່ມາ: channelnewsasia/ຣອຍເຕີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













