
ເກີດເຫດລະເບີດຮຸນແຮງກາງເມືອງຫລວງຮ່າໂນ້ຍ ເຮືອນພັງຖະຫຼົ່ມ ເສຍຊີວິດ 2 ຄົນ ບາດເຈັບ 11 ຄົນ

ຮ່າໂນ້ຍ, ຫວຽດນາມ: ເກີດເຫດລະເບີດຢ່າງຮຸນແຮງຢູ່ເລກທີ 168 ຖະໜົນ ຫງວຽນວັນເຕວຍດ (Nguyễn Văn Tuyết) ເຂດດົງດາ ກຸງຮ່າໂນ້ຍ ປະເທດຫວຽດນາມ ໃນເວລາປະມານ 08:05 ໂມງ ຂອງວັນທີ 24 ພະຈິກ 2026 ສົ່ງຜົນໃຫ້ອາຄານຮ້ານຄ້າສູງ 1 ຊັ້ນພັງຖະຫຼົ່ມ ແລະ ມີຜູ້ເສຍຊີວິດ 2 ຄົນ ບາດເຈັບ 11 ຄົນ.

ຕາມລາຍງານຂອງສຳນັກຂ່າວລັດຖະບານຫວຽດນາມ ລະບຸວ່າ ຫຼັງຈາກໄດ້ຮັບແຈ້ງເຫດ ຕຳຫຼວດນະຄອນຮ່າໂນ້ຍໄດ້ລະດົມກຳລັງດັບເພີງ ແລະກູ້ໄພເຂົ້າຊ່ວຍເຫຼືອຢ່າງຮີບດ່ວນ ພ້ອມນຳໃຊ້ອຸປະກອນກູ້ໄພສະເພາະທາງ ແລະໝາກູ້ໄພ ເພື່ອຄົ້ນຫາຜູ້ທີ່ອາດຕິດຄ້າງຢູ່ໃຕ້ຊາກອາຄານ.
ຂໍ້ມູນຈາກເຈົ້າໜ້າທີ່ລະບຸວ່າ ເມື່ອເວລາ 10:30 ໂມງ ສາມາດນຳຜູ້ບາດເຈັບອອກຈາກຈຸດເກີດເຫດໄດ້ 11 ຄົນ ແລະພົບຜູ້ເສຍຊີວິດ 2 ຄົນ ກ່ອນສົ່ງຕໍ່ໃຫ້ທີມແພດເພື່ອດຳເນີນການຕາມຂັ້ນຕອນ.

ສ່ວນສາເຫດເບື້ອງຕົ້ນ ເຈົ້າໜ້າທີ່ສົງໄສວ່າອາດເກີດຈາກແກັສລະເບີດ ເຮັດໃຫ້ອາຄານຮ້ານຄ້າທີ່ຢູ່ດ້ານຫຼັງອາຄານພັກອາໄສ E4 ພັງຖະຫຼົ່ມບາງສ່ວນ. ແຮງລະເບີດຍັງສົ່ງຜົນກະທົບຕໍ່ອາຄານໃກ້ຄຽງ ເຮັດໃຫ້ກະຈົກແຕກ ແລະຊັບສິນຂອງປະຊາຊົນເສຍຫາຍ.
ຂະນະດຽວກັນ ທາງການໄດ້ສັ່ງໃຫ້ປະຊາຊົນທີ່ອາໄສຢູ່ໃນອາຄານພັກອາໄສ E3 ແລະ E4 ອົບພະຍົບອອກຈາກພື້ນທີ່ສ່ຽງ ເພື່ອກວດສອບຄວາມໝັ້ນຄົງຂອງໂຄງສ້າງອາຄານ ແລະປ້ອງກັນອັນຕະລາຍທີ່ອາດເກີດຂຶ້ນ.

ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ແລະຕຳຫຼວດຫວຽດນາມຍັງສືບຕໍ່ກວດຄົ້ນພື້ນທີ່ ພ້ອມທັງສືບສວນຫາສາເຫດທີ່ແນ່ນອນ ແລະປະເມີນຄວາມເສຍຫາຍທັງໝົດ.
ທີ່ມາ: VTV ໂທລະພາບແຫ່ງຊາດຫວຽດນາມ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້












