
ເກີດເຫດໄຟໄໝ້ໂຮງງານ ຜະລິດເຂົ້າໜົມອົມ ຢູ່ອິນໂດເນເຊຍ

ວິທະຍຸ ໂທລະພາບ ສູນກາງຈີນ ເມື່ອບໍ່ດົນມານີ້,ເຈົ້າໜ້າທີ່ຕຳຫລວດ ອິນໂດເນເຊຍ ກ່າວວ່າ: ໜ່ວຍກູ້ໄພ ໄດ້ເກັບເອົາຖົງສົບ 24 ຖົງ ຈາກສະຖານທີ່ເກີດໄຟໄໝ້ ຢູ່ໂຮງງານ ຜະລິດ ເຂົ້າໜົມອົມ ແຫ່ງໜຶ່ງ ແລະ ອີກປະມານ 30 ຄົນຍັງສູນຫາຍ.ເຈົ້າໜ້າທີ່ ຕຳຫລວດ ໄດ້ກ່າວຕື່ມວ່າ, ຍ້ອນບາງສ່ວນຂອງອາຄານ ໂຮງງານຍັງມີຄວາມສ່ຽງ ທີ່ຈະພັງລົງເຮັດໃຫ້ວຽກງານກູ້ໄພ ຜະເຊີນໜ້າກັບ ຄວາມ ຫຍຸ້ງຍາກຫລາຍ.ຍ້ອນໄຟໄໝ້ ຮຸນແຮງຫລາຍ,ປັດຈຸບັນຍັງບໍ່ຮູ້ແນ່ນອນ ກ່ຽວກັບ ຈຳນວນຜູ້ເສຍຊີວິດ, ຫລັງຈາກ ເຈົ້າໜ້າທີ່ ຕຳຫລວດ ພວມເກັບກຳ ຕົວຢ່າງ DNA ຈາກຍາດພີ່ນ້ອງ ຂອງຜູ້ຫາຍສາບ ສູນ ເພື່ອຊ່ວຍ ໃນການລະບຸຕົວຕົນ ບຸກຄົນເຫລົ່ານີ້.ໃນຂະນະທີ່ ເກີດໄຟໄໝ້ ມີປະມານ 300 ຄົນ ຢູ່ໂຮງງານດັ່ງກ່າວ.ສ່ວນສາເຫດ ຂອງໄຟໄໝ້ ປັດຈຸບັນ ຍັງຢູ່ໃນຂັນຕອນ ການສືບສວນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













