ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 16:40ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໄທ ນຳໃຊ້ມາດຕະການ ຫລຸດຜ່ອນອາກອນ ຊ່ວຍເຫລືອປະຊາຊົນ

ໂດຍ Mahaxan
· 5 ມື້ ກ່ອນອ່ານ 1 ນາທີ2 ຄັ້ງ
ໄທ ນຳໃຊ້ມາດຕະການ ຫລຸດຜ່ອນອາກອນ ຊ່ວຍເຫລືອປະຊາຊົນ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 17 ພະ​ຈິກ​ນີ້, ລັດ​ຖະ​ບານ​ໄທ ​ໄດ້​ອະ​ນຸ​ມັດ ມາດ​ຕະ​ການ ຫລຸດ​ຜ່ອນ ​ອາ​ກອນ ຫລາຍ​ຢ່າງເພື່ອ​ຊ່ວຍ​ເຫລືອ ​​ທາງ​ເສດ​ຖະ​ກິດ​ ຈາກ​ການ​ສູນ​ເສຍ​ຊັບ​ສິນ​ ຂອງປະ​ຊາ​ຊົນ​ ທີ່​ໄດ້​ຮັບ​ຜົນ​ກ​ະ​ທົບ​ ຈາກ​ຄວາມບໍ່​ສະ​ຫງົບ ​ຢູ່​​ເຂດຊາຍ​ແດນ​ໄທ-ກຳ​ປູ​ເຈຍແລະ ໄພ​ນ້ຳ​ຖ້ວມ​. ໃນ​ນັ້ນ, ຜູ້​ເສຍ​ອາ​ກອນ ​​ສ່ວນ​ບຸກ​ຄົນ ທີ່ມີ​ເງື່ອນ​ໄຂ​ຄົບ​ຖ້ວນ ​ສາ​ມາດ​ຫັ​ກ​ຄ່າ​ໃຊ້​ຈ່າຍ ​ໃນ​ການ​ສ້ອມ​ແປງ​ເຮືອນ​​ ຕາມ​ການ​ລາຍ​ຈ່າຍ​ຕົວ​ຈິງສູງ​ສຸດ 100.000 ບາດ, ສ່ວນ​ຄ່າ​ໃຊ້​ຈ່າຍ ​ໃນ​ການ​ສ້ອມ​ແປງ ​ພາ​ຫະ​ນະສາ​ມາດ​ຫັກ​ໄດ້​ສູງ​ສຸດ 30.000 ບາດ. ມາດ​ຕະ​ການ​ດັ່ງ​ກ່າວ ​ໃຊ້​ກັບ​ເຮືອນ​ ແລະພາ​ຫະ​ນະ ​ທີ່​ເສຍ​ຫາຍ​ ຍ້ອນ​ໄພ​ນ້ຳ​ຖ້ວມ​​ ລະ​ຫວ່າງ ວັນ​ທີ 21 ກໍ​ລະ​ກົດ ຫາວັນ​ທີ 31 ທັນ​ວາ​ 2025 ແລະ ຕັ້ງ​ຢູ່​ໃນ​ເຂດ​ປະ​ສົບ​ໄພ ຫລືເຂດ​ຊ່ວຍ​ເຫລືອ ​ສຸກ​ເສີນ ​ທີ່​ລັດ​ຖະ​ບານ ແລະຄ່າ​ໃຊ້​ຈ່າຍ​ທີ່​ກ່ຽວ​ຂ້ອງ​ ຕ້ອງ​ຈ່າຍ​ຕົວ​ຈິງ​ ໃນ​ລະ​ຫວ່າງ ວັນ​ທີ 21 ກໍ​ລະ​ກົດ 2025 ຫາ ວັນ​ທີ 31 ທັນ​ວາ 2026./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່