
ກອງປະຊຸມການກໍ່ສ້າງແລວທາງ ການປະດິດສ້າງໃໝ່ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 3

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 18 ພະຈິກນີ້, ກອງປະຊຸມ ການກໍ່ສ້າງ ແລວທາງ ການປະດິດສ້າງໃໝ່ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 3 ຈັດຂຶ້ນ ຢູ່ນະຄອນຄຸນໝິງ ແຂວງຢຸນນານ ຂອງ ສປ ຈີນພາຍໃຕ້ຫົວຂໍ້ “ເຊື່ອມຈອດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແບບອັດສະລິຍະ, ຮ່ວມກັນສ້າງ ອະນາຄົດ ທີ່ຈະເລີນຮຸ່ງເຮືອງ”, ໂດຍມີຜູ້ຕາງໜ້າ 80 ກວ່າຄົນ ຈາກພາກສ່ວນ ວິທະຍາສາດ ເຕັກໂນໂລຊີ, ສະຖາບັນຄົ້ນຄວ້າ ວິທະຍາສາດ, ມະຫາວິທະຍາໄລ ແລະວິສາຫະກິດຈາກ 6 ປະເທດຄື: ສປ ຈີນ, ສປປ ລາວ, ກຳປູເຈຍ, ມຽນມາ, ໄທ ແລະສສ ຫວຽດນາມ ເຂົ້າຮ່ວມ.ກອງປະຊຸມຄັ້ງນີ້ ຈະປຶກສາຫາລື ຢ່າງເລິກເຊິ່ງ ກ່ຽວກັບ ຫົວຂໍ້ຕ່າງໆເຊັ່ນ:ການກໍ່ສ້າງກອງເລຂາແລວທາງ ການປະດິດສ້າງໃໝ່ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ການຮ່ວມມື ຂ້າມຊາຍແດນດ້ານ “ພະລັງງານໄຟຟ້າ+ພະລັງການປະມວນຜົນ” ພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ອື່ນໆ, ພ້ອມກັນນັ້ນ ຈະຈັດຊຸດອົບຮົມ ສາກົນ ກ່ຽວກັບ ເຕັກໂນໂລ ຊີດິຈິຕອນແລະການຫລຸດຜ່ອນ ຄວາມທຸກຍາກ ດ້ວຍວິທະຍາສາດ ເຕັກໂນໂລຊີ ໄປພ້ອມໆກັນ. ໃນຖານະເປັນເວທີສຳຄັນ ໃນຂົງເຂດ ການປະດິດສ້າງ ດ້ານວິທະຍາສາດ ເຕັກໂນໂລຊີ ພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ກອງປະຊຸມ ການກໍ່ສ້າງແລວທາງ ປະດິດສ້າງໃໝ່ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຈັດຂຶ້ນດ້ວຍຜົນສຳເລັດ ມາແລ້ວ 3 ຄັ້ງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













