ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 16:40ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເພີ່ມທະວີ ການຮ່ວມມື ລະຫວ່າງ ສສ ຫວຽດນາມ-ບັນດາປະເທດ ຢູ່ພາກພື້ນ ອາເມລິກາລາຕິນ

ໂດຍ Mahaxan
· 4 ມື້ ກ່ອນອ່ານ 2 ນາທີ2 ຄັ້ງ
ເພີ່ມທະວີ ການຮ່ວມມື ລະຫວ່າງ ສສ ຫວຽດນາມ-ບັນດາປະເທດ ຢູ່ພາກພື້ນ ອາເມລິກາລາຕິນ
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງຫວຽດນາມ, ເນື່ອງ​ໃນ​ໂອກາດ ​ເຂົ້າ​ຮ່ວມ​ ກອງ​ປະຊຸມ​ຂັ້ນ​ສູງ ເວ​ທີ​ປາ​ໄສ​ ການ​ຮ່ວມ​​ມື ​ດ້ານ​ເສດຖະກິດ​ອາຊີ – ປາຊີ​ຟິກ (APEC) ຄັ້ງ​ທີ 33 ​ແລະ​ ເຮັດ​ວຽກ​ສອງ​ຝ່າຍ​ຢູ່ ສປ ​ຈີນ, ​ວັນ​ທີ 18 ພະຈິກ​, ຢູ່​ນະຄອນ ເຊິນ​ເຈີນ, ທ່ານ​ ໂຕ​ເລີມ, ເລຂາທິການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ ຄລາວເດຍ ເຊນບາມ(Claudia Sheinbaum), ​ປະທານາທິບໍດີ ​ເມັກ​ຊິ​ໂກ ​ແລະ ທ່ານ ໄຄໂກ ຟູຈິໂມຣີ(Keiko Fujimori)ປະທານາທິບໍດີ ​ເປ​ຣູ. ​ການ​ພົບ​ປະ​ກັບ​ປະທານາທິບໍດີ​ ​ເມັກ​ຊິ​ໂກ, ທ່ານ​ ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕ​ເລີມ​ ​ໄດ້​ສະ​ເໜີ​ໃຫ້ 2 ຝ່າຍ​ ເພີ່ມ​ທະວີ​ ການ​ຮ່ວມ​ມື​ ໃນບັນ​ດາ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ, ການ​ສຶກສາ, ການ ທ່ອງທ່ຽວ, ການ​ແພດ​ພື້ນ​ເມືອງ.ສ່ວນ ທ່ານ ນາງ Claudia Sheinbaum ປະທານາທິບໍດີ ເມັກຊິໂກຢືນຢັນຄວາມປາດຖະໜາ ຢາກຊຸກຍູ້ ການຮ່ວມມືຫລາຍດ້ານກັບ ສສ ຫວຽດນາມ, ຖື ສສ ຫວຽດນາມແມ່ນຂົວຕໍ່ສຳຄັນ ເພື່ອ​ໃຫ້ ເມັກຊິໂກ ເພີ່ມທະວີການຮ່ວມມືກັບ ອາຊຽນ. ການພົບປະສອງຝ່າຍກັບທ່ານ Keiko Fujimori, ປະທານາທິບໍດີ ເປຣູ, ທ່ານເລຂາທິການໃຫຍ່, ປະທານ ປະເທດ ໂຕ​ເລີມ ສະເໜີໃຫ້ 2 ປະເທດສືບຕໍ່ ເພີ່ມທະວີການຮ່ວມມື​ຕົວຈິງ ໃນບັນດາຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ ແລະ ເຕັກໂນໂລຢີ, ນະວັດຕະກຳ, ການຫັນ ເປັນດີຈີຕອນ; ທ່ານສະເໜີ​ໃຫ້ ເປຣູ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້​ແກ່ບັນດາວິສາຫະກິດ ຫວຽດນາມລົງທຶນ ແລະ ດຳເນີນທຸລະກິດຢູ່ ເປຣູ. ສ່ວນ ທ່ານປະທານາທິບໍດີ Keiko Fujimori ປາດຖະ ໜາ ຢາກຊຸກ​ຍູ້ ​ການ​ຮ່ວມ​ມື​ກັບ ສສ ຫວຽດນາມ ໃນບັນດາຂົງເຂດ ທີ່ມີທ່າແຮງ ແລະຕ່າງ​ຝ່າຍ​ຕ່າງ​ມີຄວາມສົນໃຈ, ​ໂດ​ຍ​ສະ​ເພາະ​ ແມ່ນເສດຖະກິດ ດີຈີຕອນ, ການຄ້າກະສິກຳ, ພະລັງງານ, ​ການຂຸດ ຄົ້ນ​ແຮ່ທາດ. ໃນການພົບປະກັບ ທ່ານ ຫລີ​ຢາ​ຈາວ, ຫົວໜ້າ​ເຂດບໍລິຫານພິເສດ ຮົງກົງ (ສປຈີນ), ​ທ່ານເລຂາທິການໃຫຍ່, ປະ​ທານ​ປ​ະ​ເທດ ໂຕ​ເລີມ ແລະ ທ່ານ ຫລີຢາ​ຈາວໄດ້ເຫັນດີ ສືບຕໍ່ສົມ​ທົບ​ກັນ ປະຕິບັດ ຄວາມ​ຮັບ​ຮູ້​ລວມ​ຂອງ​ການນຳຂັ້ນສູງຂອງສສ ຫວຽດນາມ ແລະ ສປ ຈີນ ຢ່າງມີປະສິດທິຜົນ ແລະ ໝາກຜົນ​ບັນ​ດາການຢ້ຽມຢາມ, ພົ​ບ​ປະລະຫວ່າງ​ການນຳ ຫວຽດນາມ ແລະ ຮົງກົງ (ສປ ຈີນ), ດ້ວຍ​ຈຸດ​ສຸມ​ແມ່ນ:​ຍູ້​ແຮງ​ການ​ພົບ​ປະ​ແລກປ່ຽນ ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ​ຊຸກ​ຍູ້​ການ​ເປີດກວ້າງ ແລະ ຍົກ​ລະ​ດັບຄຸນນະພາບ, ປະສິດທິຜົນການຮ່ວມມື ໃນບັນ​ດາຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ສົ່ງ​ເສີມວິສາຫະກິດ ຮົງກົງ ລົງທຶນໃນບັນ​ດາ​ຂົງ​ເຂດເຕັກໂນໂລຊີສູງ, ອຸດສາຫະກຳ ເຄິ່ງຊັກ​ນຳ​ໄຟ​ຟ້າ, ສູນຂໍ້ມູນ ແລະ ປັນຍາປະດິດ, ພະລັງງານສະອາດ ແລະພື້ນຖານ ໂຄງລ່າງ logistics./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່

ADadvertisement