ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 16:40ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກຳປູເຈຍ-ໄທ ໃກ້ຈະກ້າວເຂົ້າສູ່ວາລະໄກ່ເກ່ຍ ທີ 3 ກ່ຽວກັບ ການກຳນົດຊາຍແດນທາງທະເລ

ໂດຍ Mahaxan
· 4 ມື້ ກ່ອນອ່ານ 1 ນາທີ3 ຄັ້ງ
ກຳປູເຈຍ-ໄທ ໃກ້ຈະກ້າວເຂົ້າສູ່ວາລະໄກ່ເກ່ຍ ທີ 3 ກ່ຽວກັບ ການກຳນົດຊາຍແດນທາງທະເລ
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງຫວຽດນາມ, ແຕ່​ວັນ​ທີ 24 – 27 ພະ​ຈິກ 2026, ຄະ​ນະ​ກຳ​ມະ​ການໄກ່​ເກ່ຍ​ ຕາມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ ກົດ​ໝາຍ​ ວ່າ​ດ້ວຍ​ທະ​ເລ (UNCLOS) ຈະ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ກັບ ກຳ​ປູ​ເຈຍ ແລະ ໄທ ​ຢູ່​ນະ​ຄອນຫວງກົວລາລຳເບີຂອງມາເລເຊຍເພື່ອ​ແນ​ໃສ່ ​ສືບ​ຕໍ່​ແກ້​ໄຂ​ຂໍ້ຂັດ​ແຍ້ງ ​ດ້ານ​ເຕັກ​ນິກ​ ໃນ​ການ​ແບ່ງ​​ເຂດຊາຍ​ແດນ​ທະ​ເລ​ລະ​ຫວ່າງ ​ສອງ​ປະ​ເທດ.ຂໍ້​ມູນ​ໂດຍ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ ກຳ​ປູ​ເຈຍປະ​ກາດ​ໃນ​ການຖະ​ແຫລງ​ຂ່າວ​ສື່ມວນ​ຊົນ ໃນ​ວັນ​ທີ 18 ພະ​ຈິກ. ຝ່າຍ​ກຳ​ປູ​ເຈຍ​ ໄດ້​ຕີ​ລາ​ຄາ​ວ່າ ເຫດ​ການ​ຈະ​ມາ​ເຖິງແມ່ນ​ບາດ​ກ້າວ​ທີ່​ຕັ້ງ​ໜ້າ​ໃໝ່​ ໃນ​ວິ​ວັດ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ ​ຢູ່​ທະ​ເລ​ກັບ ​ໄທ ໂດຍ​ສັນ​ຕິ​ວິ​ທີເຊິ່ງ​ພະ​ນົນ​ເປັນ​ລິ​ເລີ່ມ. ໂດຍ​ຄັດ​ສະ​ເໜີການ​ຖະ​ແຫລງ​ຂ່າວ, ອົງ​ການ​ການ​ຕ່າງ​ປະ​ເທດ​ ຂອງ​ປະ​ເທດ​ນີ້ ໃຫ້​ຮູ້​ວ່າໂດຍ​ສືບ​ຕໍ່​ໝາກ​ຜົນ ​ຂອງວາ​ລະ​ເຮັດ​ວຽກ​ກ່ອນນີ້, ຄະ​ນະ​ກຳ​ມະ​ການ​ສອງ​ປະ​ເທດ​ຈະ​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ​ ການແບ່ງ​ເສັ້ນ​ຊາຍ​ແດນທະ​ເລ ຢ່າງ​ເລິກ​ເຊິ່ງ​, ຈຸດ​ສຸມ​ແມ່ນ​ດ້ານ​ເຕັກ​ນິກ.ນີ້​ກໍ່​ແມ່ນ​ໂອ​ກາດ ​ເພື່ອ​ໃຫ້​ບັນ​ດາ​ຝ່າຍ​ປຶກ​ສາ​ຫາ​ລື ແລະມຸ່ງ​ໄປ​ເຖິງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ.ຢັ້ງ​ຢືນ​ການ​ເຂົ້າ​ຮ່ວມ ​ດ້ວຍ​ຈິດ​ໃຈ​ເປັນ​ມິດ, ຮ່ວ​ມມື ແລະເຄົາ​ລົບ​ນັບ​ຖື ​ເຊິ່ງ​ກັນ​ແລະ​ກັນ, ພະ​ນົມ​ເປັນຫວັງ​ວ່າ​ ຈະ​ປະ​ສານ​ສົມ​ທົບ​ ຢ່າງ​ແໜ້ນ​ແຟ້ນກັບຄະ​ນະ​ກຳ​ມະ​ການ​ປອງດອງ ​ພ້ອມ​ກັບ ຝ່າຍ​ເພື່ອ​ຊອກ​ຫາມ​າດ​ຕະ​ການ ​ທີມີ​ຄວາ​ມ​ຍຸ​ຕິ​ທຳແລະ ຍື​ນຍົງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່

ADadvertisement