
ທ່ານ ນາງ ເຜີງ ລີ້ຢວນ ພ້ອມດ້ວຍ ພັນລະຍາ ຂອງຜູ້ນຳສະມາຊິກ ເອເປັກ ຢ້ຽມຊົມ ງານວາງສະແດງ ມໍລະດົກ ວັດທະນະທຳນາມມະທຳ

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 19 ພະຈິກນີ້, ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ຂອງທ່ານສີ ຈິ້ນຜິງ ປະທານ ປະເທດຈີນ ພ້ອມດ້ວຍ ພັນລະຍາ ຂອງບັນດາຜູ້ນຳ ແລະຜູ້ຕາງໜ້າກຸ່ມເສດຖະກິດ ທີ່ເຂົ້າຮ່ວມ ກອງປະຊຸມຜູ້ນຳສະມາຊິກ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກຫລື APEC ຄັ້ງທີ 33 ໄດ້ເຂົ້າຮ່ວມກິດຈະກຳ ທີ່ຈັດຂຶ້ນຢູ່ສູນວັດທະນະທຳ ອ່າວເຊີ່ນເຈີ້ນ ໃນນະ ຄອນ ເຊີ່ນເຈີ້ນ ຂອງ ສປ ຈີນ. ໃນໂອກາດນີ້ ທ່ານ ນາງ ເຜີງລີ້ຢວນໄດ້ເຊີນແຂກຜູ້ມີກຽດຢ້ຽມຊົມ ງານວາງສະແດງພາຍໃຕ້ຫົວຂໍ້ “ການສືບທອດ ແລະການປະດິດສ້າງໃໝ່ ດ້ານມໍລະດົກ ວັດທະນະ ທຳ ນາມມະທຳ ຂອງເຂດຫລິ້ງ ໜານ”. ບັນດາແຂກໄດ້ຢ້ຽມຊົມ ເຄື່ອງຫັດຖະກຳພື້ນເມືອງ, ຊົມການສະ ແດງ ສິລະປະວັນນະຄະດີ ທີ່ມີເອກະລັກພິເສດ ຂອງເຂດຫລິ້ງໜານ ແລະສຳຜັດກັບ ພາບຈຳ ລອງ ດິຈິຕອນ ຂອງຕຶກສີໂລທ້ອງຖິ່ນ. ທ່ານ ນາງ ເຜີ້ງ ລີ້ຢວນກ່າວວ່າ: ວັດທະນະທຳຫລິ້ງໜານ ເປັນສາຂາສຳຄັນໜຶ່ງ ຂອງວັດທະນະທຳຈີນທີ່ສະທ້ອນໃຫ້ເຫັນເຖິງ ພູມປັນຍາໃນການຢູ່ ຮ່ວມກັນ ຢ່າງ ກົມກຽວ ລະຫວ່າງ ຄົນກັບທຳມະຊາດ, ສປ ຈີນ ຍິນດີເພີ່ມທະວີ ການແລກປ່ຽນ ວັດທະນະທຳ ແລະການຮຽນຮູ້ເຊິ່ງກັນ ແລະ ກັນ ກັບທຸກຝ່າຍ.ບັນດາແຂກ ຜູ້ມີກຽດໄດ້ ສະແດງ ຄວາມຊົມເຊີຍ ເປັນຢ່າງຍິ່ງ ຕໍ່ຜົນສຳເລັດ ຂອງການພັດທະນາ ຄວາມທັນສະໄໝ ແບບຈີນແລະ ຫວັງວ່າ ຈະໄດ້ເພີ່ມທະວີ ການແລກປ່ຽນ ແລະການຮ່ວມມືກັບ ສປ ຈີນ ໃຫ້ເລິກເຊິ່ງຍິ່ງຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່














