ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເທສະການດອກງິ້ວບານ ຄັ້ງທີ 23 ຈະຈັດຂຶ້ນໃນທ້າຍເດືອນມັງກອນໃນລະຫວ່າງວັນທີ 30-31 ມັງກອນ 2026 ທີ່ຈະມາເຖິງນີ້ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ໂດຍ Jenjila
· 10 ເດືອນ ກ່ອນອ່ານ 2 ນາທີ97 ຄັ້ງ
ເທສະການດອກງິ້ວບານ ຄັ້ງທີ 23 ຈະຈັດຂຶ້ນໃນທ້າຍເດືອນມັງກອນໃນລະຫວ່າງວັນທີ 30-31 ມັງກອນ 2026 ທີ່ຈະມາເຖິງນີ້ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
ADadvertisement
ADadvertisement
ADadvertisement
ເທສະການດອກງິ້ວບານ ຄັ້ງທີ 23 ຈະຈັດຂຶ້ນໃນທ້າຍເດືອນມັງກອນໃນລະຫວ່າງວັນທີ 30-31 ມັງກອນ 2026 ທີ່ຈະມາເຖິງນີ້ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
default

ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເທສະການດອກງິ້ວບານ ຄັ້ງທີ 23 ຈະຈັດຂຶ້ນໃນລະຫວ່າງວັນທີ 30-31 ມັງກອນ 2026 ທີ່ຈະມາເຖິງນີ້ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍຈະມີເປັນການປະສົມປະສານລະຫວ່າງ ການຄ້າ, ສິລະປະ ແລະ ວັດທະນະທຳພື້ນເມືອງ ໃຫ້ມີຄວາມຫລາກຫລາຍ ໃນນີ້, ຈະມີການຈັດຕະຫລາດນັດວັດທະນະທຳ ຊຶ່ງຈະເລີ່ມແຕ່ວັນທີ 17 ມັງກອນ 2026 ທີ່ດອນຊາວ ພ້ອມທັງຈະມີການວາງສະແດງສິນຄ້າ ຜະລິດຕະພັນທ້ອງຖິ່ນ ຈົນໄປຮອດທ້າຍເດືອນ ເພື່ອໃຫ້ນັກທ່ອງທ່ຽວໄດ້ຮັບປະສົບການທີ່ເລິກເຊິ່ງໃນວິຖີຊີວິດ ແລະ ວັດທະນະທຳຂອງລາວ ໂດຍສະເພາະຂອງແຂວງບໍ່ແກ້ວ.

ເທສະການດອກງິ້ວບານ ຄັ້ງທີ 23 ຈະຈັດຂຶ້ນໃນທ້າຍເດືອນມັງກອນໃນລະຫວ່າງວັນທີ 30-31 ມັງກອນ 2026 ທີ່ຈະມາເຖິງນີ້ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ · ຮູບທີ 2

ເທສະການດອກງິ້ວບານ ຄັ້ງນີ້ ຈັດຂຶ້ນໂດຍການຮ່ວມມືລະຫວ່າງແຂວງບໍ່ແກ້ວ ກັບສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄຳ ແລະ ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ເທສະການດອກງິ້ວບານ ຄັ້ງທີ 23 ຈະຈັດຂຶ້ນໃນທ້າຍເດືອນມັງກອນໃນລະຫວ່າງວັນທີ 30-31 ມັງກອນ 2026 ທີ່ຈະມາເຖິງນີ້ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ · ຮູບທີ 3

ສໍາລັບວັນທີ 30 ແລະ 31 ມັງກອນ ແມ່ນຈະໄດ້ມີການສະເຫລີມສະຫລອງ ເທສະການດອກງິ້ວບານ ຄັ້ງທີ 23 ຢ່າງຍິ່ງໃຫຍ່ ໂດຍຈະມີກິດຈະກຳ ການປະກວດ “ນາງສາວດອກງິ້ວບານ” ທີ່ເວທີສະແດງ ດອນຊາວ, ຊຶ່ງເປັນກິດຈະກຳຫລັກ ສະແດງໃຫ້ເຫັນເຖິງມົນສະເໜ່ ຂອງສະຖານທີ່ທ່ອງທ່ຽວທີ່ທັນສະໄໝ, ຄວາມງົດງາມທີ່ເປັນເອກະລັກສະເພາະ ຄວບຄູ່ກັບຄວາມທັນສະໄໝຂອງແມ່ຍິງລາວ. ນອກນັ້ນ, ໃນໂຮງແຮມດາວງິ້ວຄຳ ຍັງໄດ້ຈັດວາງສະແດງສິລະປະສາກົນ ສາມຫລ່ຽມຄຳສັນຕິພາບ ທີ່ເປັນການບັນທຶກການປ່ຽນແປງທາງປະຫວັດສາດ ໂດຍຜ່ານສິລະປະ, ເຜີຍແຜ່ວິໄສທັດຂອງການພັດທະນາ ແລະ ສັນຕິພາບ. ພ້ອມນີ້, ຍັງມີການສະແດງສິລະປະ-ວັດທະນະທຳລາວ ແລະ ສະແດງຄອນເສີດ “ລາວ-ຈີນ ຄວາມຮັກແພງສະໜິດສະໜົມແບບຄອບຄົວ” ຕື່ມອີກ.

ເທສະການດອກງິ້ວບານ ຄັ້ງທີ 23 ຈະຈັດຂຶ້ນໃນທ້າຍເດືອນມັງກອນໃນລະຫວ່າງວັນທີ 30-31 ມັງກອນ 2026 ທີ່ຈະມາເຖິງນີ້ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ · ຮູບທີ 4

ປັດຈຸບັນ, ຄະນະຮັບຜິດຊອບຈັດງານ ໄດ້ມີການກະກຽມງານ ແລະ ມີຄວາມພ້ອມເປັນທີ່ຮຽບຮ້ອຍແລ້ວ. ສະນັ້ນ, ຂໍເຊີນຊວນນັກທ່ອງທ່ຽວ ແລະ ນັກທຸລະກິດຈາກທົ່ວໂລກມາເຕົ້າໂຮມກັນຢູ່ລຽບແຄມແມ່ນ້ຳຂອງ ເພື່ອສຳຜັດກັບບັນຍາກາດທີ່ຕື່ນເຕັ້ນໃນປີນີ້ ຈາກການປະສົມປະສານປະເພນີ ແລະ ຄວາມທັນສະໄໝທີ່ຫລາກຫລາຍ ແລະ ໜ້າປະທັບໃຈ

ເທສະການດອກງິ້ວບານ ຄັ້ງທີ 23 ຈະຈັດຂຶ້ນໃນທ້າຍເດືອນມັງກອນໃນລະຫວ່າງວັນທີ 30-31 ມັງກອນ 2026 ທີ່ຈະມາເຖິງນີ້ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ · ຮູບທີ 5
ເທສະການດອກງິ້ວບານ ຄັ້ງທີ 23 ຈະຈັດຂຶ້ນໃນທ້າຍເດືອນມັງກອນໃນລະຫວ່າງວັນທີ 30-31 ມັງກອນ 2026 ທີ່ຈະມາເຖິງນີ້ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ · ຮູບທີ 6

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 97 ຄັ້ງ
‹ ກັບໄປໝວດທ່ອງທ່ຽວ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່