ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສູນອະນຸລັກສັດປ່າລາວຈະເປີດອີກຄັ້ງໃນວັນທີ 19 ມັງກອນ 2026 ນີ້

ໂດຍ Jenjilaອັບເດດ
· 10 ເດືອນ ກ່ອນອ່ານ 1 ນາທີ86 ຄັ້ງ
ສູນອະນຸລັກສັດປ່າລາວຈະເປີດອີກຄັ້ງໃນວັນທີ 19 ມັງກອນ 2026 ນີ້
ADadvertisement
ADadvertisement
ADadvertisement
ສູນອະນຸລັກສັດປ່າລາວຈະເປີດອີກຄັ້ງໃນວັນທີ 19 ມັງກອນ 2026 ນີ້

ສູນອະນຸລັກສັດປ່າລາວ (ມູນນິທິອະນຸລັກສັດປ່າລາວ) ແຕ່ກ່ອນຕັ້ງຢູ່ ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ (ສວນສັດບ້ານເກິນເກົ່າ), ປະຈຸບັນ ແມ່ນໄດ້ຍ້າຍສະຖານທີ່ ປຸກສ້າງໃໝ່ ແລະ ຈະເປີດຢ່າງເປັນທາງການ ໃນວັນທີ 19 ມັງກອນ 2026 ນີ້ຢູ່ໃກ້ກັບ ສະຖານທີ່ທ່ອງທ່ຽວ ນໍ້າປ່ຽນ ຢໍລະປາ ນະຄອນຫຼວງວຽງຈັນ.

ສູນອະນຸລັກສັດປ່າລາວ ບໍ່ແມ່ນບ່ອນສຳລັບກັກຂັງສັດ ເພື່ອໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມ ແຕ່ເປັນ ສູນກູ້ໄພ ແລະ ຟື້ນຟູ ສັດປ່າທີ່ຖືກຊ່ວຍເອົາໄວ້ຈາກການຄ້າສັດຜິດກົດໝາຍ ຈະໄດ້ຮັບການດູແລ, ຮັກສາ ແລະ ກຽມຄວາມພ້ອມ ເພື່ອໃຫ້ມັນກັບຄືນສູ່ທຳມະຊາດ! ທຸກຢ່າງທີ່ທາງສູນເຮັດ, ທຸກໆການດູແລເບີ່ງແຍງ, ມີຈຸດໝາຍປາຍທາງດຽວ ຄື ການໄດ້ປ່ອຍ ສັດປ່າກັບຄືນສູ່ປ່າ ບ່ອນທີ່ພວກມັນເຄີຍຢູ່.

ການມາຢ້ຽມຢາມສູນອະນຸລັກສັດປ່າລາວ, ທ່ານບໍ່ພຽງແຕ່ໄດ້ເບີ່ງສັດເທົ່ານັ້ນ – ແຕ່ທ່ານຈະໄດ້ຮຽນຮູ້ ວິທີການເບີ່ງແຍງດູແລ ຮັກສາສັດປ່າທີ່ຖືກຕ້ອງ; ຄົ້ນພົບ ໂພຊະນາການພິເສດທີ່ສັດແຕ່ລະຊະນິດຕ້ອງການ; ເຂົ້າໃຈ ສິ່ງແວດລ້ອມທີ່ເໝາະສົມກັບພວກມັນ ແລະ ອື່ນໆ.

ສູນອະນຸລັກສັດປ່າລາວຈະເປີດອີກຄັ້ງໃນວັນທີ 19 ມັງກອນ 2026 ນີ້ · ຮູບທີ 2
ສູນອະນຸລັກສັດປ່າລາວຈະເປີດອີກຄັ້ງໃນວັນທີ 19 ມັງກອນ 2026 ນີ້ · ຮູບທີ 3
ສູນອະນຸລັກສັດປ່າລາວຈະເປີດອີກຄັ້ງໃນວັນທີ 19 ມັງກອນ 2026 ນີ້ · ຮູບທີ 4

ຂໍ້ມູນ ແລະ ພາບ : Lao Conservation Trust for Wildlife

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 86 ຄັ້ງ
‹ ກັບໄປໝວດທ່ອງທ່ຽວ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່