ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຊົມເຊີຍທັບນັກກິລາຄົນພິການລາວ ຄວ້າໄດ້ 2 ຫຼຽນຄໍາ 5 ຫຼຽນເງິນ ແລະ 11 ຫຼຽນທອງ ໃນການແຂ່ງຂັນກິລາ ອາຊຽນພາຣາເກມ

ໂດຍ Jenjila
· 10 ເດືອນ ກ່ອນອ່ານ 2 ນາທີ71 ຄັ້ງ
ຊົມເຊີຍທັບນັກກິລາຄົນພິການລາວ ຄວ້າໄດ້ 2 ຫຼຽນຄໍາ 5 ຫຼຽນເງິນ ແລະ 11 ຫຼຽນທອງ ໃນການແຂ່ງຂັນກິລາ ອາຊຽນພາຣາເກມ
ADadvertisement
ADadvertisement
ADadvertisement
ຊົມເຊີຍທັບນັກກິລາຄົນພິການລາວ ຄວ້າໄດ້ 2 ຫຼຽນຄໍາ 5 ຫຼຽນເງິນ ແລະ 11 ຫຼຽນທອງ ໃນການແຂ່ງຂັນກິລາ ອາຊຽນພາຣາເກມ

ວັນທີ 27 ມັງກອນ 2026,ທ່ານ ນາງ ຂັນທະລີ ສີລິພົງພັນ ປະທານຄະນະກໍາມະການພາລາແລັມປິກ ແຫ່ງຊາດລາວ ພ້ອມດ້ວຍຄະນະຮັບຜິດຊອບ ໄດ້ຈັດພິທີຊົມເຊີຍ ພ້ອມທັງຕ້ອນຮັບຄະນະນໍາ ແລະ ທັບນັກກິລາຄົນພິການທີມຊາດລາວ ທີ່ສາມາດຍາດໄດ້ເກີນຄາດໝາຍກັບຄືນສູ່ປະເທດໃນການເຂົ້າຮ່ວມແຂ່ງຂັນງານມະຫາກໍາກິລາ ອາຊຽນພາຣາເກມ ຄັ້ງທີ XIII ທີ່ຣາຊະອານາຈັກໄທ ເຊິ່ງຈັດຂຶ້ນໃນລະຫວ່າງ ວັນທີ 20-26 ມັງກອນ ຜ່ານມາ.

ຊົມເຊີຍທັບນັກກິລາຄົນພິການລາວ ຄວ້າໄດ້ 2 ຫຼຽນຄໍາ 5 ຫຼຽນເງິນ ແລະ 11 ຫຼຽນທອງ ໃນການແຂ່ງຂັນກິລາ ອາຊຽນພາຣາເກມ · ຮູບທີ 2

ທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາລາແລັມປິກແຫ່ງຊາດລາວ ໃຫ້ສໍາພາດວ່າ: ການເຂົ້າຮ່ວມແຂ່ງຂັນກິລາຄົນພິການອາຊຽນພາຣາເກມ ຄັ້ງທີ XIII ທີ່ສະໜາມກິລາ 80 ພັນສາ ນະຄອນຣາຊະສີມາ ປະ ເທດໄທຄັ້ງນີ້, ສປປ ລາວ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 160 ກວ່າຄົນ ໃນ 12 ປະເພດກິລາ ແລະ ຜ່ານການແຂ່ງ ຂັນຕົວຈິງ ສາມາດຍາດໄດ້ຜົນງານເກີນຄາດໝາຍລວມທັງໝົດ 18 ຫຼຽນ ຄື: ຄວ້າໄດ້ 2 ຫຼຽນຄໍາ, 5 ຫຼຽນເງິນ ແລະ 11 ຫຼຽນທອງ. ສໍາລັບຫຼຽນຄຳ ທໍາອິດ ແມ່ນໄດ້ຈາກນັກກິລາຍິງປືນ ໃນລາຍການປືນຍາວ 50 ແມັດຊາຍ ຊື່ທ້າວ ໄຊສະຫວັນ ມະຫາໄຊ ແລະ ຫຼຽນຄໍາ ທີ 2 ແມ່ນທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ປະເພດດ່ຽວ ດາບເຊີເວີຊາຍຄາດບີ ແລະ ຜູ້ກ່ຽວຍັງສາມາດຄວ້າໄດ້ອີກ 2 ຫຼຽນທອງ ຟັນດາບປະເພດທີມປະສົມ ດາບເອເປຊາຍຄາດບີ ອີກດ້ວຍ.

ຊົມເຊີຍທັບນັກກິລາຄົນພິການລາວ ຄວ້າໄດ້ 2 ຫຼຽນຄໍາ 5 ຫຼຽນເງິນ ແລະ 11 ຫຼຽນທອງ ໃນການແຂ່ງຂັນກິລາ ອາຊຽນພາຣາເກມ · ຮູບທີ 3

ໂອກາດນີ້, ທ່ານ ສິດປະກອນ ພົມມະວົງສາ ປະທານສະຫະພັນຍິງປືນຄົນພິການແຫ່ງຊາດລາວ ຍັງໃຫ້ສົມພາດອີກວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ນັກກິລາທັງສອງສະຫາຍສາມາດຍາດໄດ້ 2 ຫຼຽນຄໍາ ໂດຍສະເພາະກໍແມ່ນນັກກິລາຍິງປືນ ເຊິ່ງເປັນການສ້າງຜົນງານທີ່ເກີນຄາດໝາຍ ແລະ ໄດ້ນໍາເອົາກຽດສັກສີ ແລະ ຊື່ສຽງກັບມາໃຫ້ປະເທດຊາດ ແລະ ສະຫະພັນອີກດ້ວຍ. ພ້ອມນີ້, ໃນຕໍ່ໜ້າ, ສະຫະພັນຍັງຈະສືບຕໍ່ສົ່ງເສີມການພັດທະນານັກກິ ລາຍິງປືນຄົນພິການທີມຊາດລາວໃຫ້ຕໍ່ເນື່ອງ ເພື່ອຝຶກຝົນໃຫ້ເຂົາເຈົ້າມີຄວາມຊໍານິຊໍານານ,ຫ້າວຫັນ ແລະ ມີຄຸນນະ ພາບ ເພື່ອສືບຕໍ່ເຂົ້າແຂ່ງຂັນໃນຄັ້ງຕໍ່ໄປຢ່າງມີປະສິດທິຜົນສູງ.

ຊົມເຊີຍທັບນັກກິລາຄົນພິການລາວ ຄວ້າໄດ້ 2 ຫຼຽນຄໍາ 5 ຫຼຽນເງິນ ແລະ 11 ຫຼຽນທອງ ໃນການແຂ່ງຂັນກິລາ ອາຊຽນພາຣາເກມ · ຮູບທີ 4

ໂອກາດດຽວກັນ, ຄະນະຮັບຜິດຊອບ ພ້ອມດ້ວຍນັກກິລາ ຍັງໄດ້ເດີນທາງໄປວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ, ເຄົາລົບຮັກ ແລະ ລາຍງານຜົນສໍາເລັດໃນການແຂ່ງຂັນກິລາຄັ້ງນີ້ ອີກດ້ວຍ.

ຊົມເຊີຍທັບນັກກິລາຄົນພິການລາວ ຄວ້າໄດ້ 2 ຫຼຽນຄໍາ 5 ຫຼຽນເງິນ ແລະ 11 ຫຼຽນທອງ ໃນການແຂ່ງຂັນກິລາ ອາຊຽນພາຣາເກມ · ຮູບທີ 5
ຊົມເຊີຍທັບນັກກິລາຄົນພິການລາວ ຄວ້າໄດ້ 2 ຫຼຽນຄໍາ 5 ຫຼຽນເງິນ ແລະ 11 ຫຼຽນທອງ ໃນການແຂ່ງຂັນກິລາ ອາຊຽນພາຣາເກມ · ຮູບທີ 6
ຊົມເຊີຍທັບນັກກິລາຄົນພິການລາວ ຄວ້າໄດ້ 2 ຫຼຽນຄໍາ 5 ຫຼຽນເງິນ ແລະ 11 ຫຼຽນທອງ ໃນການແຂ່ງຂັນກິລາ ອາຊຽນພາຣາເກມ · ຮູບທີ 7
ຊົມເຊີຍທັບນັກກິລາຄົນພິການລາວ ຄວ້າໄດ້ 2 ຫຼຽນຄໍາ 5 ຫຼຽນເງິນ ແລະ 11 ຫຼຽນທອງ ໃນການແຂ່ງຂັນກິລາ ອາຊຽນພາຣາເກມ · ຮູບທີ 8
ຊົມເຊີຍທັບນັກກິລາຄົນພິການລາວ ຄວ້າໄດ້ 2 ຫຼຽນຄໍາ 5 ຫຼຽນເງິນ ແລະ 11 ຫຼຽນທອງ ໃນການແຂ່ງຂັນກິລາ ອາຊຽນພາຣາເກມ · ຮູບທີ 9
ຊົມເຊີຍທັບນັກກິລາຄົນພິການລາວ ຄວ້າໄດ້ 2 ຫຼຽນຄໍາ 5 ຫຼຽນເງິນ ແລະ 11 ຫຼຽນທອງ ໃນການແຂ່ງຂັນກິລາ ອາຊຽນພາຣາເກມ · ຮູບທີ 10
ຊົມເຊີຍທັບນັກກິລາຄົນພິການລາວ ຄວ້າໄດ້ 2 ຫຼຽນຄໍາ 5 ຫຼຽນເງິນ ແລະ 11 ຫຼຽນທອງ ໃນການແຂ່ງຂັນກິລາ ອາຊຽນພາຣາເກມ · ຮູບທີ 11
ຊົມເຊີຍທັບນັກກິລາຄົນພິການລາວ ຄວ້າໄດ້ 2 ຫຼຽນຄໍາ 5 ຫຼຽນເງິນ ແລະ 11 ຫຼຽນທອງ ໃນການແຂ່ງຂັນກິລາ ອາຊຽນພາຣາເກມ · ຮູບທີ 12

ຂ່າວ: ລັດດາວັນ ບຸດຕະວົງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 71 ຄັ້ງ
‹ ກັບໄປໝວດກິລາ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່