
ບັນຍາກາດງານມະຫະກໍາບຸນຊ້າງຄັ້ງທີ 19 ປະຈໍາປີ 2026 ໄດ້ຈັດຂຶ້ນຢ່າງຄຶກຄື້ນໃນວັນທີ 14 ກຸມພາ ທີ່ຜ່ານມາ
J
ໂດຍ Jenjila
· 9 ເດືອນ ກ່ອນອ່ານ 1 ນາທີ75 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 1:01

ວັນທີ 14 ກຸມພາ 2026 ນີ້ ງານມະຫະກໍາບຸນຊ້າງຄັ້ງທີ 19 ປະຈໍາປີ 2026 ໄດ້ຈັດຂຶ້ນຢ່າງຄຶກຄື້ນ ແລະ ເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ທ່ານ ເພັງນິລັນ ຄໍາພັນເພັງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍພັນລະຍາ, ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍພັນລະຍາ, ມີບັນດາທ່ານອາດິດການນໍາຂັ້ນສູນກາງ, ຂອງແຂວງ, ການນໍາພັກລັດຂັ້ນແຂວງ, ເມືອງ ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍມວນຊົນຊາວແຂວງໄຊຍະບູລີ ເຂົ້າຮ່ວມຢ່າງຫຼວງຫຼາຍ.










ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 75 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/5500
‹ ກັບໄປໝວດທ່ອງທ່ຽວ
ອ່ານຕໍ່







