ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສຸດຍອດເດັກລາວ! ນ້ອງ ອານຸສັກ ວິໄລກຸນ ຫລື ບິວເກດ ນັກເຕະເຍົາວະຊົນລາວ ຕິດ 1 ໃນ 7 ນັກເຕະດີເດັ່ນ "THE IDEAL 7" ໃນລາຍການລະດັບໂລກ ທີ່ປະເທດສະເປນ

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 1 ນາທີ56 ຄັ້ງ
ສຸດຍອດເດັກລາວ! ນ້ອງ ອານຸສັກ ວິໄລກຸນ ຫລື ບິວເກດ ນັກເຕະເຍົາວະຊົນລາວ ຕິດ 1 ໃນ 7 ນັກເຕະດີເດັ່ນ "THE IDEAL 7" ໃນລາຍການລະດັບໂລກ ທີ່ປະເທດສະເປນ
ADadvertisement
ADadvertisement
ADadvertisement
ສຸດຍອດເດັກລາວ! ນ້ອງ ອານຸສັກ ວິໄລກຸນ ຫລື ບິວເກດ ນັກເຕະເຍົາວະຊົນລາວ ຕິດ 1 ໃນ 7 ນັກເຕະດີເດັ່ນ "THE IDEAL 7" ໃນລາຍການລະດັບໂລກ ທີ່ປະເທດສະເປນ

ຖືເປັນຂ່າວທີ່ສ້າງຄວາມພາກພູມໃຈຢ່າງຍິ່ງໃຫ້ກັບວົງການບານເຕະເຍົາວະຊົນລາວ ແລະ ສະໂມສອນ ວິໄລກຸນນາຄາ (W.I.G NAGA) ເມື່ອ ນ້ອງ ອານຸສັກ ວິໄລກຸນ ຫຼື ທີ່ຮູ້ຈັກກັນໃນນາມ “ບິວເກດ” (ເມສຊີ້ລາວ) ໄດ້ສ້າງຜົນງານອັນໂດດເດັ່ນໃນເວທີສາກົນ.

ສຸດຍອດເດັກລາວ! ນ້ອງ ອານຸສັກ ວິໄລກຸນ ຫລື ບິວເກດ ນັກເຕະເຍົາວະຊົນລາວ ຕິດ 1 ໃນ 7 ນັກເຕະດີເດັ່ນ "THE IDEAL 7" ໃນລາຍການລະດັບໂລກ ທີ່ປະເທດສະເປນ

ໃນການແຂ່ງຂັນບານເຕະເຍົາວະຊົນລາຍການ TAR U11 PROMISES 2026 ທີ່ປະເທດສະເປນ ທີ່ຜ່ານມາ, ນ້ອງ ອານຸສັກ ສາມາດຍາດໄດ້ລາງວັນອັນຊົງກຽດ ໂດຍຖືກຄັດເລືອກໃຫ້ຕິດໃນ “THE IDEAL 7” ຫຼື 1 ໃນ 7 ນັກເຕະດີເດັ່ນປະຈຳທົວຣ໌ນາເມັ້ນ ເຊິ່ງເປັນນັກເຕະລາວພຽງຄົນດຽວທີ່ໄດ້ຮັບການຄັດເລືອກໃນຄັ້ງນີ້ ແລະ ຍອມຮັບໃຫ້ເປັນນັກເຕະທີ່ດີທີ່ສຸດໃນຕຳແໜ່ງ ກອງກາງ ເວທີລະດັບໂລກ ຜົນງານດັ່ງກ່າວເກີດຂຶ້ນທ່າມກາງການແຂ່ງຂັນກັບນັກເຕະເຍົາວະຊົນຈາກສະໂມສອນຊັ້ນນຳລະດັບໂລກທີ່ເຂົ້າຮ່ວມ.

ສຸດຍອດເດັກລາວ! ນ້ອງ ອານຸສັກ ວິໄລກຸນ ຫລື ບິວເກດ ນັກເຕະເຍົາວະຊົນລາວ ຕິດ 1 ໃນ 7 ນັກເຕະດີເດັ່ນ "THE IDEAL 7" ໃນລາຍການລະດັບໂລກ ທີ່ປະເທດສະເປນ

ການໄດ້ຮັບລາງວັນໃນຄັ້ງນີ້ ບໍ່ພຽງແຕ່ເປັນການພິສູດໃຫ້ເຫັນເຖິງພອນສະຫວັນ ແລະ ຄວາມມຸ່ງໝັ້ນຂອງນ້ອງ ອານຸສັກ ເທົ່ານັ້ນ, ແຕ່ຍັງເປັນການຢືນຢັນເຖິງສັກກະຍະພາບຂອງເຍົາວະຊົນລາວໃນເວທີສາກົນ. ນັບເປັນຂອງຂວັນອັນລ້ຳຄ່າທີ່ມອບໃຫ້ແກ່ແຟນບານ ແລະ ພີ່ນ້ອງຊາວລາວທົ່ວປະເທດ.

ຂໍຮ່ວມສະແດງຄວາມຍິນດີ ແລະ ເປັນກຳລັງໃຈໃຫ້ນ້ອງ “ບິວເກດ” ກ້າວຕໍ່ໄປຢ່າງໝັ້ນຄົງ ເພື່ອອະນາຄົດທີ່ສົດໃສຂອງວົງການບານເຕະລາວ!

ສຸດຍອດເດັກລາວ! ນ້ອງ ອານຸສັກ ວິໄລກຸນ ຫລື ບິວເກດ ນັກເຕະເຍົາວະຊົນລາວ ຕິດ 1 ໃນ 7 ນັກເຕະດີເດັ່ນ "THE IDEAL 7" ໃນລາຍການລະດັບໂລກ ທີ່ປະເທດສະເປນ

ທີ່ມາ:W.I.G NAGA

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 56 ຄັ້ງ
‹ ກັບໄປໝວດກິລາ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່