ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະພາບອາກາດປະຈໍາວັນທີ 22 ພຶດສະພາ 2026

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 1 ນາທີ291 ຄັ້ງ
ສະພາບອາກາດປະຈໍາວັນທີ 22 ພຶດສະພາ 2026
ADadvertisement
ADadvertisement
ADadvertisement

ຝົນຕົກໜັກ, ນ້ຳຖ້ວມຊຸ ແລະ ນ້ຳຖ້ວມອັ່ງ ປະຈຳວັນທີ 22 ພຶດສະພາ 2026 ຄວາມກົດດັນຕ່ຳມີກຳລັງປານກາງໄດ້ປົກຄຸມຢູ່ເຂດພາກເໜືອຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກເພີ່ມຂຶ້ນໃນແຕ່ລະພາກ ໂດຍສະເພາະຢູ່ເຂດພາກເໜືອ ລົງຫາ ພາກກາງ ແລະ ນະຄອນຫລວງຽງຈັນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຈະມີຝົນຕົກໜັກ ຫາ ຕົກໜັກຫລາຍ ພ້ອມຈະມີລົມພັດແຮງຢູ່ທົ່ວໄປໃນໄລຍະວັນທີ 22 ຫາ 23 ພຶດສະພາ 2026. ເນື່ອງຈາກໃນໄລຍະອາທິດນີ້ໄດ້ມີຝົນຕົກຕິດຕໍ່ກັນຫລາຍວັນ, ຊຶ່ງອາດຈະເຮັດໃຫ້ເກີດມີນ້ຳຖ້ວມຊຸ ແລະ ນ້ຳຖ້ວມອັ່ງໃນຕົວເມືອງຢູ່ແຂວງພາກເໜືອ, ພາກກາງ ແລະ ນະຄອນຫລວງວຽງຈັນ ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງນະຄອນຫລວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນທີ່ຈະເຮັດໃຫ້ມີນ້ຳຖ້ວມຊຸ ແລະ ນ້ຳຖ້ວມອັ່ງໃນຕົວເມືອງ.

ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມົ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ສະພາບອາກາດປະຈໍາວັນທີ 22 ພຶດສະພາ 2026
ສະພາບອາກາດປະຈໍາວັນທີ 22 ພຶດສະພາ 2026 · ຮູບທີ 2
ສະພາບອາກາດປະຈໍາວັນທີ 22 ພຶດສະພາ 2026 · ຮູບທີ 3
ສະພາບອາກາດປະຈໍາວັນທີ 22 ພຶດສະພາ 2026 · ຮູບທີ 4

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 291 ຄັ້ງ
‹ ກັບໄປໝວດພະຍາກອນອາກາດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່