
ສະພາບອາກາດປະຈໍາວັນທີ 02 ກໍລະກົດ 2026
J
ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ44 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 0:59

ຮ່ອງຄວາມກົດດັນອາກາດຕ່ຳ ຍັງສືບຕໍ່ພາດຜ່ານເຂດພາກເໜືອ ຫາ ພາກກາງຂອງປະເທດລາວ. ພ້ອມນັ້ນ, ພາຍຸດີເປຣຊັນ ທີ່ກຳລັງເຄື່ອນທີ່ຢູ່ເຂດທະເລ ຈີນໃຕ້ຕອນກາງ ຄາດວ່າຈະເພີ່ມກຳລັງແຮງຂຶ້ນເປັນພາຍຸໝູນເຂດຮ້ອນ ແລະ ເຄື່ອນທີ່ໄປທາງທິດຕາເວັນຕົກສ່ຽງໃຕ້. ສະພາບດັ່ງກ່າວຈະສົ່ງຜົນໃຫ້ມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງເກືອບທົ່ວໄປ ແລະ ມີຝົນຕົກໜັກ ພ້ອມມີລົມແຮງຢູ່ບາງທ້ອງຖິ່ນໃນແຂວງພາກເໜືອ ແລະ ພາກກາງ.
ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ທຸກພາກສ່ວນ ໃຫ້ລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກປານກາງ ຫາ ຕົກໜັກຕໍ່ເນື່ອງຫຼາຍວັນ ເຊິ່ງອາດເຮັດໃຫ້ເກີດນ້ຳຖ້ວມຊຸ, ດິນເຈື່ອນ ແລະ ນ້ຳຖ້ວມຂັງໃນຕົວເມືອງ. ໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງຕໍ່ເນື່ອງ.





ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/12308
‹ ກັບໄປໝວດພະຍາກອນອາກາດ












