ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອັບເດດສະພາບອາກາດປະຈຳວັນທີ 14 ສິງຫາ 2026 ຕອນແລງ ເວລາ 18:00 ຫາ 07:00 ໂມງ

ໂດຍ Jenjila
· 4 ເດືອນ ກ່ອນອ່ານ 2 ນາທີ53 ຄັ້ງ
ອັບເດດສະພາບອາກາດປະຈຳວັນທີ 14 ສິງຫາ 2026 ຕອນແລງ ເວລາ 18:00 ຫາ 07:00 ໂມງ
ADadvertisement
ADadvertisement
ADadvertisement
ອັບເດດສະພາບອາກາດປະຈຳວັນທີ 14 ສິງຫາ 2026 ຕອນແລງ ເວລາ 18:00 ຫາ 07:00 ໂມງ

ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຍັງພາດຜ່ານພາກເໜືອຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ – ຕາເວັນຕົກສຽງໃຕ້ພັດປົກຄຸມ, ຢ່າງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ ໃນແຕ່ລະພາກ ແລະ ຈະມີຝົນຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໃນລະດັບປານກາງ ຫາ ຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີນ້ຳຖ້ວມຊຸ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ຜົນກະທົບໂດຍສັງເຂບໃນແຕ່ລະ ລະດັບຄວາມຮຸນແຮງຂອງຝົນ

ADadvertisement
ADadvertisement
ADadvertisement
  • ຝົນຕົກເລັກນ້ອຍ (Light Rain): ປະລິມານນ້ຳຝົນ (ໃນ 24 ຊົ່ວໂມງ) ໃນລະຫວ່າງ 0.1 – 10.0 ມມ
    • ເປັນຝົນທີ່ຕົກກະຈາຍ, ບໍ່ສົ່ງຜົນກະທົບຕໍ່ການດຳລົງຊີວິດປະຈຳວັນ ຫຼື ວຽກງານກະສິກຳ.
  • ຝົນຕົກປານກາງ (Moderate Rain): ປະລິມານນ້ຳຝົນ (ໃນ 24 ຊົ່ວໂມງ) ໃນລະຫວ່າງ 10.1 – 50.0 ມມ
    • ສາມາດເຮັດໃຫ້ເກີດມີນ້ຳຂັງໃນບາງຈຸດທີ່ມີລະບົບລະບາຍນ້ຳບໍ່ດີ, ແຕ່ໂດຍທົ່ວໄປແມ່ນມີປະໂຫຍດຕໍ່ ຜົນຜະລິດການກະເສດ.
  • ຝົນຕົກໜັກ (Heavy Rain): ປະລິມານນ້ຳຝົນ (ໃນ 24 ຊົ່ວໂມງ) ໃນລະຫວ່າງ 50.1 – 90.0 ມມ
    • ເລີ່ມມີຄວາມສ່ຽງຕໍ່ການເກີດນ້ຳຖ້ວມຂັງ, ດິນເຊາະເຈື່ອນໃນເຂດພູດອຍ, ແລະ ຫ້ວຍຮ່ອງຕ່າງໆອາດ ຈະມີລະດັບນ້ຳເພີ່ມຂຶ້ນຢ່າງໄວວາ. ຜູ້ຂັບຂີ່ຄວນເພີ່ມຄວາມລະມັດລະວັງ.
  • ຝົນຕົກໜັກຫຼາຍ (Very Heavy Rain): ປະລິມານນ້ຳຝົນ (ໃນ 24 ຊົ່ວໂມງ) ຫຼາຍກວ່າ 90.0 ມມ ຂຶ້ນໄປ
    • ມີຄວາມສ່ຽງສູງທີ່ຈະເກີດໄພພິບັດ ເຊັ່ນ: ນ້ຳປ່າໄຫຼຫຼາກ, ນ້ຳຖ້ວມສຸກເສີນ, ດິນເຈື່ອນຢ່າງຮຸນແຮງ. ອາດສົ່ງຜົນກະທົບຕໍ່ເສັ້ນທາງຄົມມະນາຄົມ, ທີ່ຢູ່ອາໄສ ແລະ ຕາມຊັບສິນຂອງປະຊາຊົນ. ຄວນຕິດຕາມ ການແຈ້ງເຕືອນຈາກພາກສ່ວນກ່ຽວຂ້ອງຢ່າງໃກ້ຊິດ.

ໝາຍເຫດ: ການປະເມີນຄວາມສ່ຽງຂອງໄພພິບັດບໍ່ໄດ້ຂຶ້ນກັບປະລິມານນ້ຳຝົນພຽງຢ່າງດຽວ ແຕ່ຍັງຂຶ້ນກັບສະພາບພູມ ສັນຖານ, ຄວາມອີ່ມຕົວຂອງດິນ, ແລະ ລະບົບການຈັດການນ້ຳໃນແຕ່ລະທ້ອງຖິ່ນນັ້ນໆ.

ອັບເດດສະພາບອາກາດປະຈຳວັນທີ 14 ສິງຫາ 2026 ຕອນແລງ ເວລາ 18:00 ຫາ 07:00 ໂມງ · ຮູບທີ 2
ອັບເດດສະພາບອາກາດປະຈຳວັນທີ 14 ສິງຫາ 2026 ຕອນແລງ ເວລາ 18:00 ຫາ 07:00 ໂມງ · ຮູບທີ 3
ອັບເດດສະພາບອາກາດປະຈຳວັນທີ 14 ສິງຫາ 2026 ຕອນແລງ ເວລາ 18:00 ຫາ 07:00 ໂມງ · ຮູບທີ 4
ອັບເດດສະພາບອາກາດປະຈຳວັນທີ 14 ສິງຫາ 2026 ຕອນແລງ ເວລາ 18:00 ຫາ 07:00 ໂມງ · ຮູບທີ 5

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 53 ຄັ້ງ
‹ ກັບໄປໝວດພະຍາກອນອາກາດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່