
ສະພາບອາກາດປະຈຳວັນທີ 04 ກັນຍາ 2026
J
ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ56 ຄັ້ງ
ຟັງຂ່າວນີ້2 ນາທີ · ສຽງ AI ຜູ້ຍິງ
0:00 / 2:13

ພະຍາກອນອາກາດ ປະຈຳວັນທີ 04 ກັນຍາ 2026 (ເວລາ 07:00 ຫາ 12:00 ໂມງ) ເນື່ອງຈາກຮ່ອງຄວາມກົດອາກາດຕ່ຳ (ຮ່ອງຝົນ) ໄດ້ພາດຜ່ານຢູ່ພາກເຫນືອ ແລະ ພາກກາງຂອງປະເທດລາວ. ສະພາບດັ່ງກ່າວ ເມື່ອສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໄຕ້ ຈະສົ່ງຜົນໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທຸກພາກ, ແລະ ມີຝົນຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັນແຮງເປັນບາງໂອກາດ.
ສະພາບອາກາດຕາມແຕ່ລະພາກ:
- ພາກເໜືອ: ມີຝົນຕົກໃນລະດັບຄ່ອຍຫາຟ້າຮ້ອງ, ເນື້ອທີ່ການປົກຫຸ້ມຂອງຝົນຢູ່ລະຫວ່າງ 10% ຫາ 40%. ອຸນຫະພູມຕ່ຳສຸດ 18°C ຫາ 25°C ແລະ ສູງສຸດ 27°C ຫາ 32°C. (ໂດຍສະເພາະຢູ່ ມ. ບຸນເນື້ອ, ມ. ແປກ, ມ. ເລກ ແລະ ມ. ສິງ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ).
- ນະຄອນຫຼວງວຽງຈັນ: ມີຝົນຕົກໃນລະດັບຄ່ອຍເປັນບາງບໍລິເວນ, ເນື້ອທີ່ປົກຫຸ້ມຂອງຝົນກວມ 30% ຫາ 40%. ອຸນຫະພູມຕ່ຳສຸດ 25°C ຫາ 26°C, ສູງສຸດ 31°C ຫາ 32°C.
- ພາກກາງ: ມີຝົນຕົກໃນລະດັບຄ່ອຍ ຫາ ຟ້າຮ້ອງຟ້າເຫຼື້ອມ, ເນື້ອທີ່ປົກຫຸ້ມຂອງຝົນກວມ 20% ຫາ 40%. ອຸນຫະພູມຕ່ຳສຸດ 23°C ຫາ 27°C, ສູງສຸດ 30°C ຫາ 32°C (ໂດຍສະເພາະຢູ່ ມ. ວັງວຽງ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ກວມ 40%).
- ພາກໃຕ້: ມີຝົນຕົກໃນລະດັບຄ່ອຍ ຫາ ຟ້າຮ້ອງ, ເນື້ອທີ່ປົກຫຸ້ມຂອງຝົນກວມ 30% ຫາ 50%. ອຸນຫະພູມຕ່ຳສຸດ 17°C ຫາ 26°C, ສູງສຸດ 21°C ຫາ 31°C. ໂດຍສະເພາະຢູ່ ມ. ປາກຊ່ອງ, ເຂດນິຄົມ 34, ແລະ ມ. ລະມາມ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມກວມເອົາ 40% ຫາ 50%.




ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 56 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/15780
‹ ກັບໄປໝວດພະຍາກອນອາກາດ












