ວັນສຸກ ທີ 30 ຕຸລາ 2026ອັບເດດລ່າສຸດ 15:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 3 ນາທີ0 ຄັ້ງ
1-2
ADadvertisement
ADadvertisement
ADadvertisement

ການຊ່ວຍເຫຼືອຄັ້ງນີ້ ປະກອບມີ ປຶ້ມແບບຮຽນຈຳນວນ 3.651 ຫົວ ສຳລັບຊັ້ນປະຖົມສຶກສາ (ປ.1-ປ.5) ລວມມີວິຊາພາສາລາວ, ວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ພາສາອັງກິດ. ນອກຈາກນີ້, ຍັງໄດ້ສະໜອງອຸປະກອນການສຶກສາ ແລະ ອຸປະກອນກິລາ ຈຳນວນໜຶ່ງ ເຊັ່ນ: ປຶ້ມຂຽນ 6.550 ຫົວ ສຳລັບນັກຮຽນ ແລະ ຄູ, ສໍດຳ 6.330 ກ້ານ, ປຶ້ມນິທານ ແລະ ປຶ້ມແບບຝຶກຫັດ ເກືອບ 900 ຫົວ, ໂປສເຕີເພື່ອການສຶກສາຫຼາຍກວ່າ 500 ແຜ່ນ ແລະ ອຸປະກອນກິລາຫຼາຍຊະນິດ ເຊັ່ນ: ກະຕໍ້, ບານເຕະ, ບານສົ່ງ ແລະ ຊຸດອຸປະກອນກິລາດອກປີກໄກ່. ສ່ວນອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແມ່ນມອບປຶ້ມແບບຮຽນວິຊາຄະນິດສາດຊັ້ນປະຖົມສຶກສາ 2.692 ຫົວ ສຳລັບນັກຮຽນປະຖົມທຸກຄົນຕັ້ງແຕ່ຊັ້ນ ປ.1-ປ.5.

ໂອກາດນີ້, ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ຮູ້ວ່າ: ພາຍຫຼັງນ້ຳບົກແຫ້ງ ບັນດາສະຖານການສຶກສາທີ່ໄດ້ຮັບຜົນກະທົບກໍໄດ້ມີການອະນາໄມ, ສ້ອມແປງໃຫ້ນັກຮຽນສາມາດກັບມາຮຽນໄດ້ ແຕ່ປາສະຈາກບໍ່ໄດ້ອາຄານຮຽນບາງຫຼັງທີ່ຖືກນ້ຳເຊາະເຈື່ອນ ຕ້ອງໄດ້ໃຊ້ເວລາໃນການສ້ອມແປງ ແລະ ກໍ່ສ້າງຄືນໃໝ່ ຊຶ່ງພະແນກສຶກສາທິການ ແລະ ກິລາ ແຂວງທັງສອງແຂວງ ກໍໄດ້ສົມທົບກັບຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ປະເມີນຜົນເສຍຫາຍທີ່ກະທົບ ແລະ ສ້າງແຜນຟື້ນຟູຫຼັງໄພພິບັດ ໂດຍໄດ້ສະເໜີອົງການປົກຄອງຂັ້ນແຂວງບັນຈຸເຂົ້າໃນແຜນຟື້ນຟູຂອງອົງການປົກຄອງທ້ອງຖິ່ນ ແລະ ເບື້ອງກະຊວງສຶກສາທິການ ແລະ ກິລາ ກໍໄດ້ມີການອວ່າຍທຶນການປຸກສ້າງໃນບ້ວງສຸກເສີນກອງທຶນຮ່ວມສາກົນ ເພື່ອການສຶກສາໄລຍະ 3 (GPE3) ມາກໍ່ສ້າງອາຄານຮຽນປະຖົມນາເຕີຍ ເມືອງນ້ຳທາ, ແຂວງຫຼວງນ້ຳທາ. ພ້ອມນີ້, ກໍຍັງສະແດງຄວາມຂອບໃຈມາຍັງລັດຖະບານອົດສະຕຣາລີ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ທີ່ໃຫ້ການສະໜັບສະໜູນວຽກງານການສຶກສາຢ່າງຕໍ່ເນື່ອງ, ລວມທັງໃນຊ່ວງເວລາທີ່ປະເຊີນກັບຄວາມຫຍຸ້ງຍາກນີ້. ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກທີ່ເກີດຈາກໄພພິບັດທາງທຳມະຊາດກໍຕາມ ແຕ່ການສຶກສາກໍຈະຕ້ອງສືບຕໍ່ດຳເນີນຕໍ່ໄປ.

ທ່ານ ໄມໂຄ ຄາຣີ ເລຂາເອກສະຖານທູດອົດສະຕຣາລີ ປະຈຳລາວ ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ຍິນດີຈະສະໜັບສະໜູນວຽກງານການຕອບສະໜອງຕໍ່ສະຖານະການສຸກເສີນ ຂອງກະຊວງສຶກສາທິການ ແລະ ກິລາ ໂດຍການສະໜອງອຸປະກອນການຮຽນທີ່ຈຳເປັນໃຫ້ແກ່ໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ. ການຊ່ວຍເຫຼືອນີ້ ສະທ້ອນໃຫ້ເຫັນເຖິງການຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ລັດຖະບານອົດສະຕຣາລີ ແລະ ສປປ ລາວ ແລະ ເປັນສ່ວນໜຶ່ງຂອງການຮ່ວມມືໃນວົງກວ້າງ ເພື່ອເສີມສ້າງການເຂົ້າເຖິງການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ. ໂດຍການຊ່ວຍເຫຼືອໂຮງຮຽນໃນການຈັດຫາອຸປະກອນການຮຽນທີ່ຈຳເປັນມາທົດແທນອຸປະກອນທີ່ເສຍຫາຍຈາກໄພນ້ຳຖ້ວມ, ພວກເຮົາຕັ້ງເປົ້າໝາຍທີ່ຈະຫຼຸດຜ່ອນຜົນກະທົບຕໍ່ການຮຽນ-ການສອນ, ສະໜັບສະໜູນຄູ ແລະ ສ້າງເງື່ອນໄຂທີ່ດີຂຶ້ນໃຫ້ແກ່ນັກຮຽນ ເພື່ອໃຫ້ເຂົາເຈົ້າສາມາດສືບຕໍ່ການຮຽນໄດ້ໃນໄລຍະການຟື້ນຟູ.

ໂອກາດດຽວກັນ, ທ່ານ ໂຄເບ ໂນບູຢູກິ ຮອງຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ ໄດ້ສະແດງຄວາມຍິນດີທີ່ຈະສະໜັບສະໜູນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນການຮັບມືກັບໄພນ້ຳຖ້ວມ ໂດຍໄດ້ສະໜອງປຶ້ມແບບຮຽນວິຊາຄະນິດສາດຊັ້ນປະຖົມສຶກສາໃນທຸກຊັ້ນຮຽນ ໃຫ້ແກ່ໂຮງຮຽນທີ່ໄດ້ຮັບຜົນກະທົບ ເພື່ອນຳມາທົດແທນປຶ້ມທີ່ເສຍຫາຍຈາກໄພນ້ຳຖ້ວມ, ຊ່ວຍໃຫ້ຄູສາມາດຈັດການຮຽນ-ການສອນໄດ້.

ຂ່າວ: ກິດຕາ; ພາບ: ສຸກທະວີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 30 ຕຸລາ 2026 · ແຮມ 4 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່