
ຄະນະພະສົງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຮ່ວມໄຫ້ວພະ ສູດມົນເພື່ອສັນຕິພາບໂລກ

ທັງນ້ີ, ກໍເພ່ືອສ້າງຂະບວນການຂ່ໍານັບຮັບຕ້ອນກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄ້ັງທີ 11 ທ່ີຈະຈັດຂ້ຶນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້. ໂອກາດນີ້, ພະອາຈານໃຫຍ່ມະຫາເວດ ມະເສໄນ ໄດ້ມີຄຳເຫັນໃນພິທີ ໂດຍເນັ້ນເຖິງຄວາມໂດດ ເດັ່ນ ແລະ ຄວາມສຳຄັນຂອງພະທາດຫລວງວຽງຈັນ ຊຶ່ງເປັນປູຊະນີຍະສະຖານອັນສັກສິດ ແລະ ເປັນສູນລວມຈິດໃຈຂອງຊາວພຸດລາວ. ການຮ່ວມສູດມົນຂອງພະສົງຈາກຫລາຍປະເທດເປັນການສະແດງພະລັງແຫ່ງສັດທາຄວາມເມດຕາ ແລະ ຄວາມສາມັກຄີຂອງຊາວພຸດທົ່ວໂລກ. ພ້ອມທັງຍົກໃຫ້ເຫັນຄວາມສຳຄັນຂອງການສູດມົນຕາມຫລັກຄຳສອນຂອງພຸດທະສາສະໜາ ຊຶ່ງຊ່ວຍສືບທອດພະທຳວິໄນເສີມສ້າງສະຕິ ແລະ ປັນຍາຂັດເກົາ ຈິດໃຈໃຫ້ຜ່ອງໃສລົດລະຄວາມໂລບຄວາມໂກດຄວາມຫລົງ ແລະ ສົ່ງເສີມການຢູ່ຮ່ວມກັນຢ່າງສັນຕິ. ພ້ອມນີ້, ພະອາຈານໃຫຍ່ ຍັງໄດ້ເນັ້ນເຖິງການສົ່ງເສີມຄວາມເຂົ້າໃຈ ລະຫວ່າງພຸດທະສາສະໜານິກາຍຕ່າງໆທັງເຖຣະວາດ, ມະຫາຍານ ແລະ ວັດຊະຣະຍານ ໂດຍຢຶດຖືຫລັກການ “ສະແຫວງຫາຈຸດຮ່ວມສະຫງວນໄວ້ຊຶ່ງຈຸດຕ່າງ” ເພື່ອສ້າງຄວາມສາມັກຄີ ແລະ ຮ່ວມກັນສືບສານຄຸນຄ່າຂອງພຸດທະສາສະໜາ.
ພະອາຈານໃຫຍ່ ມະຫາເວດ ມະເສໄນ ແລະ ພະອາຈານໃຫຍ່ ອິນຊູນ ພ້ອມດ້ວຍຄະນະພະສົງຈາກ 29 ປະເທດ ໄດ້ນໍາພາພຸດທະສາສະນິກະຊົນລາວບັນດາເຜ່ົາວຽນທຽນບູຊາພະທາດຫລວງວຽງຈັນ ດ້ວຍບັນຍາກາດອັນຄຶກຄື້ນຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາທີ່ໄດ້ປະຕິບັດກັນມາແຕ່ບູຮານນະການ.
ໂອກາດດຽວກັນ, ໃນວັນທີ 27 ຕຸລາ 2026 ນີ້, ຄະນະພະສົງຈາກ 29 ປະເທດ ນຳໂດຍພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາ ແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາ ເມືອງເສີນເຈິນ, ທັງເປັນປະທານຜູ້ກ່ໍຕ້ັງກອງປະຊຸມພຸດສາສະໜາໜານໄຫ່, ເຈົ້າອະທິການວັດຫົງຟ້າ ສປ ຈີນ ກໍໄດ້ເດີນທາງໄປທ່ຽວຊົມພິພິທະພັນສິລະປະລາວ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ທີ່ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 28 ຕຸລາ 2026 ຢູ່ນະຄອນຫລວງວຽງຈັນ.
ຂ່າວ: ທະນູທອງ; ພາບ: ເກດສະໜາ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






