
ການເກັບຊື້ທັນຍາຫານ ທົ່ວປະເທດຈີນ ບັນລຸຫລາຍກວ່າ 100 ລ້ານໂຕນ

ຕາມຂ່າວຈາກເວັບໄຊ ໂທລະພາບສູນກາງຈີນ: ໃນໄລຍະນີ້, ການເກັບຊື້ ທັນຍາຫານ ໃນລະດູໃບໄມ້ຫລົ່ນ ຂອງ ສປ ຈີນ ພວມດຳເນີນ ຢ່າງຕໍ່ເນື່ອງ, ໂດຍມີການຊື້ສະສົມຫລາຍກວ່າ 100 ລ້ານໂຕນ, ເຊິ່ງມີຄວາມຄືບໜ້າ ໃກ້ຄຽງກັບປີກາຍ. ຂໍ້ມູນຫລ້າສຸດ ຈາກອົງການ ຄັງສຳຮອງອາຫານ ແລະວັດຖຸສິ່ງຂອງແຫ່ງຊາດຈີນ ສະແດງໃຫ້ເຫັນວ່າ: ປັດຈຸບັນ, ການເກັບຊື້ທັນຍາຫານ ໃນລະດູໃບໄມ້ຫລົ່ນ ໄດ້ເລີ່ມຕົ້ນຢ່າງໝັ້ນທ່ຽງ, ໄດ້ເກັບຊື້ເຂົ້າກາງ ແລະ ເຂົ້າປີແລ້ວ ຫລາຍກວ່າ 41 ລ້ານໂຕນ.ການເກັບຊື້ທັນຍາຫານ ລະດູໃບໄມ້ຫລົ່ນປີນີ້ ເລີ່ມຕົ້ນແຕ່ ທ້າຍເດືອນກັນຍາ ແລະ ຄາດວ່າ ຈະສືບຕໍ່ໄປຈົນຮອດ ທ້າຍເດືອນເມສາ ປີໜ້າ.ເພື່ອຮັບປະກັນ ລາຍຮັບ ຂອງຊາວກະສິກອນ, ລັດຖະບານ ຈະສືບຕໍ່ ປະຕິບັດ ນະໂຍບາຍ ເກັບຊື້ ທັນຍາຫານ ໃນລາຄາຂັ້ນຕ່ຳ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






