ວັນພະຫັດ ທີ 12 ພະຈິກ 2026ອັບເດດລ່າສຸດ 09:18ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຍອດມູນຄ່າການນຳເຂົ້າ-ສົ່ງອອກ ສິນຄ້າຂອງ ສປ ຈີນ ບັນລຸ 44.810 ຕື້ຢວນ

ໂດຍ Mahaxan
· 17 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
ຍອດມູນຄ່າການນຳເຂົ້າ-ສົ່ງອອກ ສິນຄ້າຂອງ ສປ ຈີນ ບັນລຸ 44.810 ຕື້ຢວນ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບສູນກາງຈີນ,  ອີງ​ຕາມ​ຕົວ​ເລກ​ສະ​ຖິ​ຕິ​ ຂອງ​ອົງ​ການ​ພາ​ສີ ​ແຫ່ງ​ຊາດ​ຈີນ, ໃນ 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ ກາ​ນຳ​ເຂົ້າ ແລະສົ່ງ​ອອກ​ສິນ​ຄ້າ​ຂອງ ສປ ​ຈີນ ​ບັນ​ລຸ​ເຖິງ 44,810 ຕື້​ຢວນ, ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ, ໄດ້​ຮັກ​ສາ​ທ່າ​ອຽງ​ການ​ເຕີບ​ໂຕ ​ຢ່າງ​ແຂງ​ແຮງ. ໃນ​ນັ້ນ, ມູນ​ຄ່າ​ການ​ສົ່ງ​ອອກ​ບັນ​ລຸ 25.990 ຕື້ຢວນ, ເພີ່ມ​ຂຶ້ນ 17,6% ​ແລະມູນ​ຄ່າ​ການ​ນຳ​ເຂົ້າ ບັນ​ລຸ 18.820 ຕື້ຢວນ, ເພີ່ມ​ຂຶ້ນ 23,6%. ສະ​ເພາະ ​ເດືອນ​ຕຸ​ລາ​ຜ່ານ​ມາ, ການ​ນຳ​ເຂົ້າ-ສົ່ງ​ອອກ ​​ບັນ​ລຸ 4.870 ຕື້ຢວນ, ເພີ່ມ​ຂຶ້ນ 31,2%. ໃນ​ນັ້ນ, ການ​ສົ່ງ​ອອກ​ບັນ​ລຸ 2.790 ຕື້ ຢວນ, ເພີ່ມ​ຂຶ້ນ 28,7%; ​ແລະ ການ​ນຳ​ເຂົ້າບັນ​ລຸ 2.080 ຕື້ຢວນ, ເພີ່ມ​ຂຶ້ນ 34,7%. ນັບ​ມາ​ຮອດ​ເດືອນ​ຕຸ​ລາ, ການ​ນຳ​ເຂົ້າ ແລະການ​ສົ່ງ​ອອກ​ຂອງ ສປ ​ຈີນ ​ໄດ້​ເພີ່ມ​ຂຶ້ນ​ຫລາຍກວ່າ 10% ເປັນ​ເວ​ລາ 6 ເດືອນ​ ຕິດ​ຕໍ່​ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 12 ພະຈິກ 2026 · ຂຶ້ນ 3 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່