ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 11:38ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ໂດຍ kaling
· 30 ນາທີ ກ່ອນອ່ານ 4 ນາທີ0 ຄັ້ງ
ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ
ADadvertisement
ADadvertisement
ADadvertisement

ທ່ານ ສຸລິວັນ ທຳມະວົງ ຮອງຜູ້ອຳນວຍການ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ, ແຕ່ຍັງຊ່ວຍຍົກລະ ດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນ ໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າ ແຮງສູງດ້ວຍຕົນເອງ.

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ເປັນຂໍ້ຕໍ່ກະດູກສັນຫຼັງທຳອິດ ທີ່ປູພື້ນຖານໃຫ້ ສປປ ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດຂອງພາກພື້ນ ແລະ ເປັນການຫັນປ່ຽນແຫຼ່ງພະລັງງານສະອາດສີຂຽວ ໃຫ້ກາຍເປັນທຶນຮອນ ເພື່ອສ້າງພະລັງຂັບເຄື່ອນໃໝ່ ໃຫ້ແກ່ເສດຖະກິດແຫ່ງຊາດ ໄປພ້ອມກັບການເຕີບໂຕແບບຍືນຍົງຂອງພາກພື້ນ, ໃນໄລຍະຜ່ານມາ ສປປ ລາວ ມີທ່າແຮງຜະລິດໄຟຟ້າຈາກພະລັງງານນ້ຳຕົກຢ່າງມະຫາສານ ແຕ່ຍັງປະເຊີນຂໍ້ຈຳກັດດ້ານລະບົບ ສາຍສົ່ງໄຟຟ້າ ເຮັດໃຫ້ບາງໄລຍະມີໄຟຟ້າເຫຼືອໃຊ້ໃນລະດູຝົນ (ໃນລະດູຝົນສາມາດຜະລິດໄຟຟ້າໄດ້ ເກີນຄວາມຕ້ອງການແຕ່ຕ້ອງປ່ອຍຖິ້ມຫຼາຍເຖິງ 800 ລ້ານກິໂລວັດໂມງ ເນື່ອງຈາກບໍ່ມີຊ່ອງທາງສົ່ງ ອອກ, ແຕ່ກັບຂາດແຄນໃນລະດູແລ້ງ. ການມີລະບົບສາຍສົ່ງ 500 kV ຈຶ່ງເປັນກົນໄກສຳຄັນໃນການແກ້ໄຂບັນຫາດັ່ງກ່າວ ຊຶ່ງນັບແຕ່ວັນທີ 20 ເມສາ 2026 ເປັນຕົ້ນມາ ໂຄງການດັ່ງກ່າວ ສາມາດຍົກລະດັບຂີດຄວາມສາມາດການສົ່ງໄຟຟ້າຈາກ 50 MW ເປັນ 1.500 MW ຫຼື ເພີ່ມຂຶ້ນ 30 ເທົ່າ ແລະ ເປີດໂອກາດສົ່ງອອກພະລັງງານສະອາດໄດ້ສູງສຸດ 3 ຕື້ກິໂລວັດໂມງຕໍ່ປີ. ຈຸດເດັ່ນຂອງໂຄງການແມ່ນການສ້າງລະບົບຊື້-ຂາຍໄຟຟ້າສອງທິດທາງ ໂດຍໃນລະດູຝົນ ສາມາດສົ່ງ ອອກໄຟຟ້າສ່ວນເກີນ ເພື່ອສ້າງລາຍຮັບເງິນຕາ, ໃນຂະນະທີ່ໃນລະດູແລ້ງ ກໍສາມາດນຳເຂົ້າໄຟຟ້າຈາກ ສປ ຈີນ ມາຊ່ວຍເສີມຄວາມຕ້ອງການພາຍໃນ ເພື່ອຮັບປະກັນການສະໜອງໄຟຟ້າໃຫ້ແກ່ປະຊາຊົນ, ໂຮງງານ, ໂຮງໝໍ ແລະ ໂຮງຮຽນ ແລະ ອື່ນໆ.

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ · ຮູບທີ 2

ທ່ານຮອງຜູ້ອຳນວຍການ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ ຍັງໄດ້ຍົກຕົວເລກການ ສົ່ງອອກ ແລະ ລາຍຮັບຕົວຈິງ ຊຶ່ງປະກອບມີ ປະລິມານໄຟຟ້າຈາກເຂື່ອນນ້ຳອູ 5, 6 ແລະ 7 ປະມານ 600 ລ້ານ kWh ຖືກສົ່ງໂດຍກົງໄປເຂດອ່າວໃຫຍ່ຂອງຈີນ ລວມມີ ກວາງຕຸ້ງ, ຮົງກົງ ແລະ ມາເກົ້າ; ພະລັງງານແສງຕາເວັນ ຄາດວ່າຈະສົ່ງອອກ ຂ້າມແດນ ໄດ້ເຖິງ 1.1 ຕື້ kWh ຕໍ່ປີ. ນອກນັ້ນ, ຍັງມີໂຄງການໂຊລາຟາມເທິງພູອີກ 1.000 MW ທີ່ກຳລັງກະກຽມພັດທະນາ.ດ້ານການພັດທະນາຊັບ ພະຍາກອນມະນຸດ EDL-T ໄດ້ຮ່ວມກັບ EDL ດຳເນີນໂຄງການຝຶກອົບຮົມຊ່າງຝີມືດ້ານສາຍສົ່ງ ແລະ ແປງໄຟຟ້າ ລາວ-ຈີນ ຜ່ານມາແລ້ວ 7 ຊຸດ, ມີຜູ້ຜ່ານການຝຶກອົບຮົມ 84 ຄົນ.ນອກນັ້ນ, ຍັງມີການຈັດຝຶກອົບຮົມດ້ານການບໍລິຫານ, ການບຳລຸງຮັກສາ ແລະ ເຕັກໂນໂລຊີໂດຣນ ຫຼາຍກວ່າ 80 ຄັ້ງ, ມີຜູ້ເຂົ້າຮ່ວມຫຼາຍກວ່າ 2,000 ເທື່ອຄົນ, ພ້ອມນີ້ຍັງໄດ້ນຳໃຊ້ຮູບແບບຝຶກອົບຮົມວິສະວະກອນໜຸ່ມ ແບບ 2+2+2 ຊຶ່ງປະກອບມີການຮຽນພາສາຈີນ 2 ເດືອນ, ຮຽນທິດສະດີ ແລະ ປະຕິບັດ 2 ເດືອນ ແລະ ລົງໜ້າວຽກຕົວຈິງອີກ 2 ເດືອນ ສາມາດພັດທະນາພະນັກງານຫຼັກແຫຼ່ງດ້ານເຕັກນິກທ້ອງຖິ່ນໄດ້ 171 ຄົນ. ຂະນະທີ່ໃນໄລຍະປີ 2010-2026 ກໍໄດ້ມອບທຶນການສຶກສາໃຫ້ນັກສຶກສາລາວໄປສຶກ ສາຕໍ່ຢູ່ປະເທດຈີນ 81 ຄົນ. ໃນນັ້ນ, ຈົບການສຶກສາແລ້ວ 53 ຄົນ, ສ່ວນດ້ານການປົກປັກຮັກສາສິ່ງ ແວດລ້ອມ ໂຄງການໄດ້ໃຫ້ຄວາມສຳຄັນຕໍ່ການຫຼຸດຜ່ອນຜົນກະທົບຕໍ່ປ່າໄມ້ ແລະ ຊຸມຊົນ ໂດຍການປັບ ແລວສາຍສົ່ງ ແລະ ນຳໃຊ້ເຕັກນິກຍົກເສົາສູງ ເພື່ອຫຼຸດການຕັດໄມ້, ສາມາດຮັກສາເນື້ອທີ່ປ່າໄມ້ໄດ້ 170,4 ເຮັກຕາ ແລະ ຫຼຸດຄວາມກວ້າງຂອງແລວຕັດໄມ້ຈາກ 70 ແມັດ ເຫຼືອປະມານ 22 ແມັດ ພ້ອມທັງດຳເນີນການກວດກູ້ລູກລະເບີດບໍ່ທັນແຕກ (UXO) ຕາມແນວສາຍສົ່ງ ເພື່ອຮັບປະກັນຄວາມ ປອດໄພໃນການກໍ່ສ້າງ ແລະ ຊຸມຊົນທ້ອງຖິ່ນ. ພ້ອມກັນນັ້ນ, ໂຄງການຍັງໄດ້ສ້າງວຽກເຮັດງານທຳ ໃຫ້ແກ່ແຮງງານທ້ອງຖິ່ນ, ປັບປຸງໂຮງຮຽນ, ສ້າງຫ້ອງອ່ານ ແລະ ມອບທຶນການສຶກສາໃຫ້ນັກຮຽນ-ນັກສຶກສາລາວ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຮັບຜິດຊອບຕໍ່ສັງຄົມຂອງໂຄງການ,ສຳລັບທິດທາງໃນຕໍ່ໜ້າ EDL-T ຈະສືບຕໍ່ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອພັດທະນາຕາໜ່າງໄຟຟ້າຫຼັກໃຫ້ເຊື່ອມຈອດ ທົ່ວປະເທດ, ສົ່ງເສີມການປະສານພະລັງງານນ້ຳຕົກ, ແສງຕາເວັນ ແລະ ລົມ, ພັດທະນາລະບົບການ ຄ້າໄຟຟ້າກັບປະເທດໃນພາກພື້ນ ແລະ ສ້າງບຸກຄະລາກອນວິສະວະກອນລາວໃຫ້ມີຄວາມຊຳນານສູງຂຶ້ນ.

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ · ຮູບທີ 3

ທ່ານຮອງຜູ້ອຳນວຍການຍັງໄດ້ຢືນຢັນວ່າ: ໂຄງການໄຟຟ້າ 500 kV ລາວ-ຈີນ ບໍ່ແມ່ນພຽງແຕ່ໂຄງ ການສາຍສົ່ງໄຟຟ້າຂ້າມແດນ ແຕ່ເປັນພື້ນຖານສຳຄັນໃນການສ້າງຄວາມໝັ້ນຄົງດ້ານພະລັງງານ, ສ້າງ ມູນຄ່າທາງເສດຖະກິດ, ຍົກລະດັບທັກສະຂອງຄົນລາວ ແລະ ສົ່ງເສີມການຮ່ວມມື ລາວ-ຈີນ ໃຫ້ເຕີບ ໂຕຢ່າງຍືນຍົງ. ໂຄງການນີ້, ເປັນຂົວເຊື່ອມຕໍ່ພະລັງງານ, ເຕັກໂນໂລຊີ, ຄວາມຮູ້ ແລະ ໂອກາດການພັດທະນາລະຫວ່າງ ລາວ-ຈີນ ເພື່ອກ້າວໄປສູ່ອະນາຄົດພະລັງງານທີ່ໝັ້ນຄົງ ແລະ ຍືນຍົງ.

(ແຫຼ່ງຂ່າວ: EDL-T)

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່