
ເກີດເຫດທະເລາະວິວາດກາງເດິກ ຢູ່ເຂດກໍ່ສ້າງບ້ານປາກທ້າງ ບາດເຈັບ 7 ຄົນ!
K
ໂດຍ kaling
· 17 ນາທີ ກ່ອນອ່ານ 1 ນາທີ3 ຄັ້ງ
ຟັງຂ່າວນີ້2 ນາທີ · ສຽງ AI ຜູ້ຍິງ
0:00 / 1:50

ກາງດຶກວັນທີ 11 ພະຈິກ 2026 ເວລາ 23:53 ໂມງ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (ສາຍດ່ວນ 1623 ຈຸດນາເລົ່າ) ໄດ້ຮັບແຈ້ງເຫດທະເລາະວິວາດ ຢູ່ບໍລິເວນເຂດກໍ່ສ້າງ ບ້ານປາກທ້າງ.

ເມື່ອເຈົ້າໜ້າທີ່ກູ້ໄພລົງກວດສອບ ພົບຜູ້ບາດເຈັບທັງໝົດ 7 ຄົນ (ເປັນເພດຊາຍທັງໝົດ, ມີທັງຄົນລາວ 5 ຄົນ ແລະ ຊາວຈີນ 2 ຄົນ) ໂດຍມີອາການບາດເຈັບຕັ້ງແຕ່ຫົວແຕກ, ດັງຫັກ ຈົນເຖິງແຂນຫັກ.








- ເພດຊາຍ ອາຍຸ 24ປີ ບ້ານ.ປາກທ້າງ ອາການບາດເຈັບເບື້ອງຕົ້ນມີບາດຢູ່ແຂນຊ້າຍ.
- ເພດຊາຍ ອາຍຸ 22ປີ ບ້ານ.ປາກທ້າງ ອາການບາດເຈັບເບື້ອງຕົ້ນແຂນຊ້າຍຫັກ.
- ເພດຊາຍ ອາຍຸ 18ປີ ບ້ານ.ປາກທ້າງ ອາການບາດເຈັບເບື້ອງຕົ້ນແຂນຂວາຫັກຫົວແຕກ.
- ເພດຊາຍ ອາຍຸ 25ປີ ບ້ານ.ປາກທ້າງ ອາການບາດເຈັບເບື້ອງຕົ້ນມີບາດຕາມຕົນໂຕຫົວແຕກ.
- ເພດຊາຍ ອາຍຸ 27ປີ ບ້ານ.ປາກທ້າງ ອາການບາດເຈັບເບື້ອງຕົ້ນຫົວແຕກ.
- ເພດຊາຍ ອາຍຸ 32ປີ ບ້ານ.ປາກທ້າງ ສັນຊາດຈີນ ອາການບາດເຈັບເບື້ອງຕົ້ນຫົວແຕກ.
- ເພດຊາຍ ອາຍຸ 48ປີ ບ້ານ.ປາກທ້າງ ສັນຊາດຈີນ ອາການບາດເຈັບເບື້ອງຕົ້ນດັງຫັກ.
ທາງໜ່ວຍກູ້ໄພໄດ້ປະຖົມພະຍາບານເບື້ອງຕົ້ນ ແລະ ຮີບນຳສົ່ງຜູ້ບາດເຈັບທັງໝົດໄປປິ່ນປົວຕໍ່ທີ່ໂຮງໝໍ 150 ຕຽງ.
ຂອບໃຈຂໍ້ມູນ ແລະ ພາບຈາກ: ໜ່ວຍກູ້ໄພມູນນິທິ 1623 ຈຸດນາເລົ່າ
#ຂ່າວດ່ວນ #ທະເລາະວິວາດ #ບ້ານປາກທ້າງ #ກູ້ໄພ1623 #ຂ່າວວຽງຈັນ #ອຸບັດຕິເຫດແລະເຫດດ່ວນ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/25669
‹ ກັບໄປໝວດເຫດການ
ອ່ານຕໍ່







