
ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນກ່າວຮັບໂຄງການ ໂດຍໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນ ກໍຄືອົງການ JICA ທີ່ໃຫ້ການສະໜັບສະໜູນທຶນຊ່ວຍເຫລືອລ້າ ເພື່ອປັບປຸງສະໜາມ ກິລາແຫ່ງນີ້ໃຫ້ມີຄວາມທັນສະໄໝ ແລະ ສາມາດຮອງຮັບການຝຶກຊ້ອມ ແລະ ການແຂ່ງຂັນກິລາໃນລະດັບຕ່າງໆ, ພ້ອມທັງຢືນຍັນວ່າຈະເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ສະໜາມກິລາແຫ່ງນີ້ ໃຫ້ເກີດປະໂຫຍດສູງສຸດ, ມີປະສິດທິຜົນ ແລະ ມີຄວາມຍືນຍົງ. ພ້ອມນີ້, ສະໜາມກິລາເຈົ້າອະນຸວົງ ຍັງຈະເປັນພື້ນຖານສໍາຄັນໃນການພັດທະນານັກກິລາລາວ ໃຫ້ມີຄວາມສາມາດສູງຂຶ້ນ, ຍົກລະດັບມາດຕະຖານການຝຶກຊ້ອມ ແລະ ການແຂ່ງຂັນ ເພື່ອກຽມພ້ອມຮອງຮັບການຈັດງານກິລາລະດັບພາກພ້ືນ ແລະ ສາກົນໃນອະນາຄົດ ໂດຍສະເພາະການກະກຽມເປັນເຈ້ົາພາບຈັດການແຂ່ງຂັນກິລາຊີເກມ ຄັ້ງທີ 36 ແລະ ອາຊຽນພາຣາເກມ ຄັ້ງທີ 16 ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2031.
ທ່ານ ສີຈັນ ຈິດຕະປັນຍາຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ຮູ້ວ່າ: ໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ, ໄດ້ຮັບທຶນຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ຜ່ານອົງການ JICA ລວມມູນຄ່າໂຄງການທັງໝົດ 4.171 ລ້ານເຢນ ຫລື ປະມານ 27,50 ລ້ານໂດລາສະຫະລັດ. ການປັບປຸງສ້ອມແປງສະໜາມກິລາແຫ່ງນີ້, ໄດ້ປັບປຸງລູ້ແລ່ນ- ລານ ແລະ ສະໜາມບານເຕະ ດ້ວຍຫຍ້າທຳມະຊາດຂະໜາດ 105×68 ແມັດ, ພ້ອມລະບົບລະບາຍນໍ້າ, ບ່ອນນັ່ງຊົມ ສາມາດ ບັນຈຸໄດ້ 4.300 ຄົນ. ນອກຈາກນີ້, ຍັງມີສິ່ງອໍານວຍຄວາມສະດວກຕ່າງໆ ເປັນຕົ້ນຫ້ອງປະຊຸມ, ຫ້ອງສື່ມວນຊົນ, ຫ້ອງນ້ຳ, ຫ້ອງອາຫານທີ່ຮັບໄດ້ 100 ຄົນ, ຫ້ອງອອກກຳລັງກາຍ, ຫ້ອງເກັບມ້ຽນອຸປະກອນ, ຫ້ອງປ່ຽນເຄື່ອງ, ຫ້ອງແພດ ແລະ ຫ້ອງຝຶກຊ້ອມ. ພ້ອມກັນນັ້ນ, ຍັງໄດ້ຕິດຕັ້ງລະບົບໄຟສ່ອງສະຫວ່າງລະດັບສູງ, ປ້າຍໄຟ LED ສຳລັບສະແດງຄະແນນ ແລະ ລະບົບເຕືອນໄຟ ພ້ອມອຸປະກອນໄຟຟ້າອື່ນໆຢ່າງຄົບຖ້ວນ. ຈຸດເດັ່ນທີ່ສຳຄັນທີ່ສຸດຂອງການປັບປຸງຄັ້ງນີ້ ແມ່ນການອອກແບບໃຫ້ເປັນສະໜາມກິລາແບບລວມສູນແຫ່ງທຳອິດຂອງລາວທ່ີສາມາດຮອງຮັບໄດ້ນັກກິລາທົ່ວໄປ ແລະ ນັກກິລາຄົນພິການ ໄດ້ຢ່າງສະດວກ ແລະ ສາມາດເຂົ້າເຖິງໄດ້ຢ່າງເທົ່າທຽມກັນ ປະກອບມີລະບົບລິຟ ສຳລັບລໍ້ເລື່ອນຄົນພິການ ແລະ ບ່ອນນັ່ງສຳລັບຄົນພິການ.
ຜົນສຳເລັດຂອງໂຄງການນີ້, ມີຄວາມໝາຍສໍາຄັນຫລາຍຕໍ່ ສປປ ລາວ ທາງດ້ານກິລາ ແລະ ການພັດທະນາຊັບພະຍາກອນມະນຸດ, ສະໜາມກິລາແຫ່ງນີ້ ຈະເປັນສູນກາງການຝຶກຊ້ອມ ແລະ ການແຂ່ງຂັນຂອງນັກກິລາທີມຊາດລາວ ແລະ ນັກກິລາຮຸ່ນຕ່າງໆ, ຄາດຄະເນຜູ້ໃຊ້ບໍລິການຈະເພີ່ມຂຶ້ນຈາກ 100.000 ຄົນຕໍ່ປີ ເປັນ 140.000 ຄົນຕໍ່ປີ. ພ້ອມນີ້, ຍັງມີແຜນຈະບັນຈຸເອົາສະໜາມກິລາເຈ້ົາອະນຸວົງ ເປັນໜຶ່ງໃນສະໜາມຫລັກສຳລັບ ການເປັນເຈົ້າພາບຈັດການແຂ່ງຂັນກິລາຊີເກມ ຄັ້ງທີ 36 ແລະ ອາຊຽນພາຣາກມ ຄ້ັງທີ 16 ທ່ີ ສປປ ລາວ ຈະເປັນເຈົ້າພາບໃນປີ 2031.
ຂ່າວ: ທະນູມອງ; ພາບ: ເກດສະໜາ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນ
18 ຊົ່ວໂມງກ່ອນ
ສນຊ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ
19 ຊົ່ວໂມງກ່ອນ

