ວັນພະຫັດ ທີ 12 ພະຈິກ 2026ອັບເດດລ່າສຸດ 09:47ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະທານຄະນະກວດກາສູນກາງພັກ ຢ້ຽມຢາມ ບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ

ໂດຍ kaling
· 9 ນາທີ ກ່ອນອ່ານ 2 ນາທີ0 ຄັ້ງ
ປະທານຄະນະກວດກາສູນກາງພັກ ຢ້ຽມຢາມ ບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ
ADadvertisement
ADadvertisement
ADadvertisement

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວລົງຊຸກຍູ້, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານ ຂອງບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ຢູ່ເມືອງລ້ອງແຈ້ງ ໃນວັນທີ 10 ພະຈິກຜ່ານມາ ໂດຍມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງໄຊສົມບູນ ພ້ອມຄະນະຕິດຕາມນຳ

ປະທານຄະນະກວດກາສູນກາງພັກ ຢ້ຽມຢາມ ບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ

ທ່ານ ວັນດີ ກວາງວິວັນ ປະທານບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ໄດ້ລາຍງານສະພາບລວມຂອງບໍລິສັດ, ການດຳເນີນງານ ຂະບວນການຜະລິດ, ລະບົບໂຮງງານ, ມາດຕະການຮັກສາຄວາມປອດໄພ, ມາດຕະການຮັກສາສິ່ງແວດລ້ອມ, ການພັດທະນາຊຸມຊົນ ແລະ ການສະໜັບສະໜູນທ້ອງຖິ່ນ ພ້ອມທັງ ລາຍງານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາທີ່ຍັງຄົງຄ້າງຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານ ຂອງບໍລິສັດ ໃຫ້ຮັບຊາບ.

ປະທານຄະນະກວດກາສູນກາງພັກ ຢ້ຽມຢາມ ບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ · ຮູບທີ 2

ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ພອງສະຫວັນ ໄດ້ເນັ້ນໜັກໃຫ້ ບໍລິສັດ ສືບຕໍ່ເອົາໃຈໃສ່ການຈັດຕັ້ງປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ ໂດຍຍົກສູງປະສິດທິພາບໃນການຄຸ້ມຄອງ ແລະ ບໍລິຫານການຜະລິດ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກຕ່າງໆ ໂດຍສະເພາະແມ່ນມາດຕະການຮັກສາສິ່ງແວດລ້ອມ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ທໍາມະຊາດ, ນອກຈາກນີ້ ກໍໃຫ້ປະກອບສ່ວນພັດທະນາຊຸມຊົນ ແລະ ສະໜັບສະໜູນທ້ອງຖິ່ນ ໂດຍການນຳໃຊ້ແຮງງານຄົນໃນພື້ນທີ່ ກໍຄືແຮງງານລາວ ເພື່ອສ້າງວຽກເຮັດງານທໍາ ແລະ ສ້າງອາຊີບ ໃຫ້ແກ່ປະຊາຊົນ ພ້ອມທັງຊຸກຍູ້ ແລະສົ່ງເສີມປະຊາຊົນ ເຂດໃກ້ຄຽງ ໃຫ້ທຳການຜະລິດ ປູກຝັງ-ລ້ຽງສັດ ເຊັ່ນ: ລ້ຽງງົວ, ຄວາຍ, ໝູ, ໄກ່ ແລະ ປູກພືດຜັກຕ່າງໆ ເພື່ອສະໜອງໃຫ້ແກ່ບໍລິສັດ, ຫຼຸດຜ່ອນການຊື້ສະບຽງອາຫານຈາກແຫຼ່ງອື່ນ ເພື່ອເປັນການສ້າງລາຍຮັບໃຫ້ປະຊາຊົນໃນພື້ນທີ່, ສິ່ງສໍາຄັນເປັນການປະກອບສ່ວນໃນການແກ້ໄຂຄວາມທຸກຍາກ, ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນຢ່າງເປັນກ້າວໆ.

ປະທານຄະນະກວດກາສູນກາງພັກ ຢ້ຽມຢາມ ບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ · ຮູບທີ 3

ທີ່ມາ: ໄຊສົມບູນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 12 ພະຈິກ 2026 · ຂຶ້ນ 3 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່