ວັນພະຫັດ ທີ 12 ພະຈິກ 2026ອັບເດດລ່າສຸດ 09:18ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ

ໂດຍ Jenjila
· 17 ຊົ່ວໂມງ ກ່ອນອ່ານ 3 ນາທີ12 ຄັ້ງ
ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ
ADadvertisement
ADadvertisement
ADadvertisement

ໃນຕອນເຊົ້າວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ ເຊິ່ງນຳໂດຍທ່ານ ໂຄອິຊຸມິ ຊຶໂຕມຸ (H.E Mr. KOIZUMI Tsutomu) ເອກອັກຄະລັດຖະທູດຢີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho) ຮອງປະທານອາວຸໂສ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ.

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ

ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດ ບົນພື້ນຖານຂອບ “ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ” ແລະ ສາຍພົວພັນມິດຕະພາບອັນແໜ້ນແກ່ນ ເວົ້າລວມ, ເວົ້າສະເພາະ ແມ່ນການປະຕິບັດໜ້າທີ່ຂອງອາສາສະໝັກຍີ່ປຸ່ນ ຢູ່ ສປປ ລາວ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການພັດທະນາຊົນນະບົດລຶບລ້າງຄວາມທຸກຍາກຂອງປະຊາຊົນ ຕະຫຼອດໄລຍະ 60 ປີທີ່ຜ່ານມາ, ເຮັດໃຫ້ໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງ ແລະ ໝາກຜົນຂອງການຮ່ວມມື ທັງລັດຖະບານ ແລະ ປະຊາຊົນ ສອງປະເທດ ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນເປັນກ້າວໆ; ພ້ອມນັ້ນ, ທ່ານ ນາຍົກລັດຖະມົນຕີ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ຢ່າງມີປະສິດທິຜົນ ໃນຂົງເຂດກະສິກຳ, ການພັດທະນາຊົນນະບົດ, ສາທາລະນະສຸກ, ການສຶກສາ, ແລະ ຂົງເຂດອຶ່ນໆ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ໄດ້ກາຍເປັນທ່າແຮງອັນສຳຄັນ ໃຫ້ແກ່ການສ້າງສາພັດທະນາ ສປປ ລາວ ຢ່າງແທ້ຈິງ, ທັງສ້າງກາລະໂອກາດໃຫ້ປະຊາຊົນທັງສອງຊາດ ລາວ-ຍີ່ປຸ່ນ ສາມາດເຂົ້າໃຈທາງດ້ານພາສາ, ວັດທະນະທຳ, ຮີດຄອງປະເພນີ…

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ · ຮູບທີ 2

ນອກນັ້ນ, ຍັງໄດ້ສະເໜີທ່ານເອກອັກຄະລັດຖະທູດ ກໍຄືລັດຖະບານຍີ່ປຸ່ນ ສືບຕໍ່ສົ່ງອາສາສະໝັກຂອງຕົນ ມາປະຕິບັດໜ້າທີ່ຢູ່ ສປປ ລາວ ຕາມຂະແໜງການ ທີ່ ສປປ ລາວ ມີຄວາມຈຳເປັນ ແລະ ຮຽກຮ້ອງຕ້ອງການ ໃນປັດຈຸບັນ ກໍຄື ອະນາຄົດ ໂດຍເລືອກເຟັ້ນເອົາອາສາສະ ໝັກທີ່ມີບົດຮຽນ, ປະສົບການ ແລະ ມີຄວາມຮູ້ຄວາມສາມາດສະເພາະດ້ານ ເພື່ອມາຊ່ວຍຂະແໜງການ ແລະ ທ້ອງຖິ່ນຕ່າງໆ; ສືບຕໍ່ໃຫ້ຄວາມຮ່ວມມື ແລະ ຖ່າຍທອດຄວາມຮູ້ຄວາມສາມາດ ແລະ ເຕັກໂນໂລຊີ ໃຫ້ແກ່ວິຊາການຂອງລາວ; ຮ່ວມເຮັດວຽກກັບອົງການປົກຄອງທ້ອງຖິ່ນ ຮຽນຮູ້ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ເພື່ອປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບຂອງສອງປະເທດ ນັບມື້ນັບໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງ.

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ · ຮູບທີ 3

ໃນຕອນທ້າຍ ຍັງໄດ້ສະແດງຄວາມຮູ້ສຶກປະທັບໃຈ ຕໍ່ການເສຍສະຫຼະ, ການອຸທິດສະຕິປັນຍາ, ເຫື່ອແຮງ ຂອງບັນດາອາສາສະໝັກຍີ່ປຸ່ນ ຕະຫຼອດໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ບັນດາອາສາສະໝັກ ຈະສືບຕໍ່ນຳເອົາຄວາມຊົງຈຳ, ຄວາມຮູ້ສຶກທີ່ດີ ໄປຖ່າຍທອດ ໃຫ້ປະຊາຊົນຍີ່ປຸ່ນ ໄດ້ຮັບຮູ້ ແລະ ເຂົ້າໃຈ.

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ · ຮູບທີ 4

ທ່ານ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ຕາງໜ້າຄະນະທີ່ເຂົ້າຢ້ຽມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງ ຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃນໄລຍະຜ່ານມາ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານລາວ ທີ່ໄດ້ສະໜັບສະໜູນ, ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ອາສາສະໝັກຍີ່ປຸ່ນ ໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນເອງ ເຮັດໃຫ້ມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ. ນັບແຕ່ປີ 1965 ເປັນຕົ້ນມາ, ອົງການ JICA ໄດ້ຈັດສົ່ງອາສາສະໝັກຍີ່ປຸ່ນມາປະຕິບັດໜ້າທີ່ ຫຼາຍກວ່າ 1,133 ຄົນ, ປັດຈຸບັນ ມີອາສາສະໝັກຍີ່ປຸ່ນ ຈຳນວນ 40 ທ່ານ ທີ່ປະຈໍາການຢູ່ຂະແໜງການຕ່າງໆ ໃນຂອບເຂດທົ່ວປະເທດ ເພື່ອແລກປ່ຽນ, ຖ່າຍທອດບົດຮຽນ ທາງດ້ານເຕັກນິກວິຊາການ ໃຫ້ພະນັກງານທີ່ກ່ຽວຂ້ອງ ຂອງ ສປປ ລາວ ເປັນຕົ້ນ ຂະແໜງສຶກສາທິການ ແລະ ກິລາ, ສາທາລະນະສຸກ, ກະສິກຳ ແລະ ປ່າໄມ້, ການພັດທະນາຊົນນະບົດ ແລະ ອື່ນໆ.

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ · ຮູບທີ 5

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 12 ພະຈິກ 2026 · ຂຶ້ນ 3 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່