
ກອງປະຊຸມເພື່ອພັດທະນາການຮ່ວມມືດ້ານການປົກປ້ອງ ແລະ ການສົ່ງຕໍ່ເດັກ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ອາທິດຜ່ານມາ 2026, ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແຫ່ງສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ແລະ ກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ແຫ່ງຣາຊະອານາ ຈັກໄທ ຮ່ວມກັບມູນນິທິເພື່ອຄວາມເຂົ້າໃຈເດັກ (foundation of child understanding: FOCUS) ໄດ້ຈັດກອງປະຊຸມເພື່ອພັດທະນາການຮ່ວມມືດ້ານການປົກ ປ້ອງ ແລະ ການສົ່ງຕໍ່ເດັກ ຜູ້ຖືກເຄາະຮ້າຍຈາກການຄ້າມະ ນຸດ ແຂວງຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ ສປປ ລາວ ກັບ ພາກເໜືອ ຂອງປະເທດໄທ.

ຫົວໜ້າຜູ້ແທນ ຄະນະຝ່າຍລາວ ນໍາໂດຍ ຕາງໜ້າ ກອງເລຂາຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ ທ່ານ ອ່ອນຈັນ ພົມມະຫານ ຮອງຫົວໜ້າພະແນກແຮງ ງານ ແລະ ສະຫວັດດີການສັງຄົມແຂວງບໍ່ແກ້ວ ແລະ ຫົວ ໜ້າຄະນະຜູ້ແທນຝ່າຍໄທ ນໍາໂດຍ ທ່ານ ນໍລະສັກ ສຸກສົມ ບູນ ຮອງຜູ້ວ່າຣາຊະການແຂວງຊຽງຣາຍ ພ້ອມດ້ວຍຄະ ນະຜູ້ແທນ ທັງສອງຝ່າຍ ເຂົ້າຮ່ວມກອງປະຊຸມທີ່ແຂວງຊຽງຣາຍ ປະເທດໄທ .

ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ກອບບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສອງຝ່າຍ ລາວ-ໄທ ເຊິ່ງວຽກ ງານຂອງສອງແຂວງລຽບຕາມຊາຍແດນນີ້ ກໍເປັນວຽກໜຶ່ງທີ່ນອນໃນແຜນບົດບັນທຶກຄວາມເຂົ້າໃຈຂອງສອງລັດຖະ ບານ; ກອງປະຊຸມ ໄດ້ປຶກສາຫາລືແລກປ່ຽນກ່ຽວກັບການຄຸ້ມຄອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍໄດ້ຮັບຮອງເອົາ ແຜນດໍາເນີນງານກ່ຽວກັບການຮ່ວມ ມືດ້ານການປົກປ້ອງ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ຜູ້ທີ່ມີຄວາມສ່ຽງ ລະຫວ່າງ ແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ ສປປ ລາວ ແລະ ແຂວງຊຽງຣາຍ ປະເທດໄທ ໄລຍະທີ I ( ປີ 2027-2028 ) ມີດັ່ງນີ້: ແຜນງານ ທີ 1. ການປະຕິບັດງານຮ່ວມ ປະກອບມີີ: 1 ໂຄງການ 2 ກິດຈະກໍາ ແລະ ແຜນງານທີ 2 ການປ້ອງກັນ ປະກອບມີ 2 ໂຄງການ 5 ກິດຈະກຳ.ນອກນັ້ນ, ຍັງເຫັນດີຮ່ວມກັນໃຫ້ກຳນົດຈຸດປະສານງານສຳລັບການມອບ-ຮັບຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ຜູ້ທີ່ມີຄວາມສ່ຽງຈາກການຄ້າມະນຸດ ທີ່ ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ( ຫ້ວຍຊາຍ-ຊຽງຂອງ) ໂດຍອີງຕາມ SOP ຂັ້ນຕອນການປະຕິບັດງານດ້ານການສົ່ງກັບ ແລະ ຝ່າຍໄທສະ ເໜີໃຫ້ຝ່າຍລາວຊ່ວຍຊຸກຍູ້ການປະສານງານ ໃຫ້ມີການຮ່ວມມື ໃນການຊ່ວຍເຫຼືອສົ່ງກັບເດັກ ທີ່ມີຄວາມສ່ຽງຈາກການເຄື່ອນຍ້າຍຖິ່ນຖານ ກັບໜ່ວຍງານທີ່ກ່ຽວຂ້ອງ ພາຍໃນປະເທດ.





ຂ່າວ: ຄວາມສະຫງົບ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່



ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນ
18 ຊົ່ວໂມງກ່ອນ
ສນຊ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ
18 ຊົ່ວໂມງກ່ອນ


