
ລົດບັນທຸກຕູ້ຄອນເທນເນີ ແຫກໂຄ້ງປີ້ນຢູ່ສົ້ນຂົວນ້ຳພຽງ ແຂວງໄຊຍະບູລີ!
K
ໂດຍ kaling
· 18 ຊົ່ວໂມງ ກ່ອນອ່ານ 1 ນາທີ9 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:49

ວັນທີ 11 ພະຈິກ 2026 ເວລາປະມານ 10:30 ໂມງ, ເກີດອຸບັດຕິເຫດລົດຫົວລາກ (ຕູ້ຄອນເທນເນີ) ຂັບມາດ້ວຍຄວາມໄວ ແລ້ວເສຍຫຼັກເລີຍໂຄ້ງປີ້ນ ຢູ່ບໍລິເວນສົ້ນຂົວນ້ຳພຽງ ບ້ານເມືອງພຽງ ເມືອງພຽງ ແຂວງໄຊຍະບູລີ.

ເບື້ອງຕົ້ນ, ຄົນຂັບເປັນຊາວຈີນ ໄດ້ຮັບບາດເຈັບ 1 ຄົນ ເຈົ້າໜ້າທີ່ກຳລັງນຳສົ່ງໂຮງໝໍ.

⚠️ ຝາກເຕືອນຜູ້ໃຊ້ລົດໃຊ້ຖະໜົນ: ເຖິງເສັ້ນທາງຈະດີແລ້ວ ກໍຂໍໃຫ້ຂັບຂີ່ດ້ວຍຄວາມລະມັດລະວັງ ຫຼຸດຄວາມໄວເວລາເຂົ້າໂຄ້ງ ເພື່ອຄວາມປອດໄພຂອງທຸກຄົນ.
(ດ້ວຍຄວາມຫ່ວງໃຍ ຈາກທີມງານຂົວທາງ)

#ຂ່າວດ່ວນ #ອຸບັດຕິເຫດ #ເມືອງພຽງ #ໄຊຍະບູລີ #ຂົວນ້ຳພຽງ #ຂັບຂີ່ປອດໄພ

ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 40 ຄັ້ງຖືກໃຈ 15 ຄັ້ງ
mahaxan.com/25433
‹ ກັບໄປໝວດເຫດການ
ອ່ານຕໍ່







