
ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້

ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ກ່ຽວກັບການຈັດບຸນດັ່ງກ່າວ ໃນພິທີຖະແຫຼງຂ່າວ ໃນວັນທີ 11 ພະຈິກ 2026 ນີ້ວ່າ: ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າໃນປີນີ້ ຈະເລີ່ມແຕ່ວັນທີ 20-24 ພະຈິກ 2026 ໂດຍຈະຈັດກິດຈະກຳຕ່າງໆທາງສາສະໜາ ເປັນຕົ້ນ ໃນວັນທີ 20 ພະຈິກ 2026 ເວລາ 16:30 ໂມງ ຈະຈັດພິທີເປີດບຸນນະມັດສະການພະທາດຫຼວງວຽງຈັນ ຢ່າງເປັນທາງການ; ວັນທີ 21 ພະຈິກ ເວລາ 16:30 ໂມງ ສືບຕໍ່ຄົບງັນຕາມປະເພນີ; ວັນທີ 22 ພະຈິກ, ກົງກັບຂຶ້ນ 13 ຄໍ່າ ເດືອນ 12 ປີ 2569 ເວລາ 16:00 ໂມງ ພິທີສູດປະລິຕະມຸງຄຸນ ທີ່ພະທາດຫຼວງ; ວັນທີ 23 ພະຈິກ, ເວລາ 13:30 ໂມງ ຈະມີພິທີແຫ່ພະສາດເຜິ້ງ ແລະ ວັນທີ 24 ພະຈິກ ມື້ສຸດທ້າຍ ກົງກັບຂຶ້ນ 15 ຄໍ່າ ເດືອນ 12 ປີ 2569 ເວລາ 07:00 ໂມງ ຈະມີພິທີໃສ່ບາດຖວາຍສັງຄະທານ, ເວລາ 13:00 ໂມງ ພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານຕີຄີ. ສ່ວນຕອນແລງ ເວລາ 19:00 ໂມງ ຈະມີພິທີວຽນທຽນ, ຈູດທູບທຽນ, ບັ້ງໄຟສັກກະລະບູຊາອົງພະທາດຫຼວງ ແລະ ຄົບງັນຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ. ນອກນັ້ນ, ຍັງຈະມີການສະແດງສິລະປະວັນນະຄະດີ, ສະແດງຟ້ອນ, ຂັບລຳ ຈາກກອງສິລະປະກອນສູນກາງ, ສິລະປະກອນກອງທັບ, ສິລະປະຈາກ 9 ຕົວເມືອງພາຍໃນນະຄອນຫຼວງວຽງຈັນ, ສູນວັດທະນະທຳເດັກ ແລະ ສະໂມສອນດ່ານຊ້າງ ເຂົ້າຮ່ວມການສະແດງໃນແຕ່ລະວັນ (ຢູ່ເວທີກາງ), ແຕ່ລະມື້ແມ່ນເປີດປະຕູໃຫ້ມວນຊົນເຂົ້າທ່ຽວຊົມງານ ເລີ່ມແຕ່ເວລາ 09:00-23:00 ໂມງ.
ໃນບຸນນະມັດສະການພະທາດຫຼວງ ກໍຄື ງານວາງສະແດງສິນຄ້າ ປະຈຳປີ 2026 ນະຄອນຫຼວງວຽງຈັນ ໄດ້ມີສິນຄ້າທີ່ເປັນຜະລິດຕະພັນຂອງຄົນລາວເຮົາເຮັດເອງຫຼາກຫຼາຍຊະນິດ ເປັນຕົ້ນ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ໂອດັອບ, ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າໂອດັອບ ແລະ ສິນຄ້າຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ທັງພາຍໃນ ແລະ ຕ່າງປະເທດ ມາວາງສະແດງ ແລະ ຈຳໜ່າຍ ໃຫ້ແກ່ປະຊາຊົນບັນດາເຜົ່າພາຍໃນນະຄອນຫຼວງວຽງຈັນ, ຕ່າງແຂວງ ແລະ ແຂກຕ່າງປະເທດໄດ້ເຫັນ ແລະ ຊ່ວຍຊົມໃຊ້ຜະລິດຕະພັນສິນຄ້າລາວ, ພ້ອມທັງເປັນການແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆຂອງບັນດາຫົວໜ່ວຍທຸລະກິດດ້ວຍກັນ ຊຶ່ງງານວາງສະແດງສິນຄ້າຈະຈັດຢູ່ເດີ່ນສະໜາມຫຼວງ ແລະ ສູນການຄ້າລາວ-ໄອເຕັກ.
ຢ່າງໃດກໍຕາມ, ການຈັດງານໃນຄັ້ງນີ້, ຄະນະຈັດງານຍັງໄດ້ນຳໃຊ້ກຳລັງເຈົ້າໜ້າທີ່ ປກສ-ປກຊ ແລະ ຊາວໜຸ່ມ ເຂົ້າຮັບໃຊ້ ເພື່ອຮັກສາຄວາມສະຫງົບ, ປອດໄພ ແລະ ອຳນວຍຄວາມສະດວກໃນການສັນຈອນ ໃຫ້ຮັບປະກັນຮອບດ້ານ; ຈັດຕັ້ງໜ່ວຍງານຮັກສາຄວາມສະອາດ, ເກັບມ້ຽນຂີ້ເຫຍື້ອອອກຈາກຂອບເຂດບໍລິເວນງານບຸນ ໃຫ້ສຳເລັດກ່ອນ 6 ໂມງເຊົ້າຂອງແຕ່ລະວັນ; ກະກຽມພະນັກງານແພດໝໍ, ພາຫະນະ, ອຸປະກອນການແພດ, ຢາປິ່ນປົວສຸກເສີນ ເພື່ອມາບໍລິການຢູ່ສະຖານທີ່ຈັດງານ ແລະ ສ້າງລະບຽບໂຄສະນາປະຊາສຳພັນທຸກຄົນທີ່ຈະເຂົ້າມາທ່ຽວໃນງານບຸນ. ນອກຈາກນີ້, ຍັງມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ຄະນະຮັບຜິດຊອບແຕ່ລະໜ່ວຍງານ, ຄົ້ນຄວ້າ ແລະ ກຳນົດລະບຽບຊົ່ວຄາວ ເພື່ອເປັນບ່ອນອີງອຳນວຍ, ຄຸ້ມຄອງໃນການຈັດຕັ້ງເຄື່ອນໄຫວກິດຈະກຳຕ່າງໆ.
ການຈັດບຸນໃນຄັ້ງນີ້, ເປັນການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ແລະ ເປັນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໃນປີ 2026 ໃຫ້ເປັນຂະບວນຟົດຟື້ນ; ທັງເປັນການອະນຸລັກ, ປົກປັກຮັກສາ, ສືບສານ ແລະ ສົ່ງເສີມມູນເຊື້ອຮີດຄອງປະເພນີອັນດີງາມໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າ, ພີ່ນ້ອງຊາວລາວທັງພາຍໃນ ແລະ ຕ່າງປະເທດ ໄດ້ມາຮ່ວມກັນນ້ອມນະມັດສະການພະທາດຫຼວງ ເພື່ອເສີມສ້າງຄວາມສາມັກຄີຮັກແພງ ໃຫ້ມີບັນຍາກາດມ່ວນຊື່ນ, ທັງເປັນການສ້າງໂອກາດຊຸກຍູ້ສົ່ງເສີມການຜະລິດ, ການຄ້າ ແລະ ການບໍລິການ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສິນຄ້າພາຍໃນ, ເປັນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ, ຂອງນະຄອນຫຼວງວຽງຈັນ ແລະ ໂຄສະນາເຜີຍແຜ່ວຽກງານທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ຽວຊົມໃຫ້ມີຕົວເລກສະຖິຕິເພີ່ມຂຶ້ນ ແລະ ມີການຈັບຈ່າຍຊື້ຂາຍຫຼາຍຂຶ້ນ.
ການຈັດບຸນນະມັດສະການພະທາດຫຼວງວຽງຈັນ ໃນແຕ່ລະປີ, ລ້ວນແຕ່ເປັນການສືບສານອະນຸລັກ, ຮັກສາມໍລະດົກທາງດ້ານວັດທະນະທຳອັນລ້ຳຄ່າ, ຮີດຄອງປະເພນີທີ່ສືບທອດກັນມາແຕ່ບູຮານນະການ, ທັງເປັນການເສີມຂະຫຍາຍຄຸນຄ່າທາງດ້ານຈິດໃຈ ໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວຂອງພວກເຮົາຕະຫຼອດໄປ.
ຂ່າວ: ທະນູທອງ; ພາບ: ເກດສະໜາ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







