
ໄທ ນຳໃຊ້ມາດຕະການ ຫລຸດຜ່ອນອາກອນ ຊ່ວຍເຫລືອປະຊາຊົນ

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 17 ພະຈິກນີ້, ລັດຖະບານໄທ ໄດ້ອະນຸມັດ ມາດຕະການ ຫລຸດຜ່ອນ ອາກອນ ຫລາຍຢ່າງເພື່ອຊ່ວຍເຫລືອ ທາງເສດຖະກິດ ຈາກການສູນເສຍຊັບສິນ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກຄວາມບໍ່ສະຫງົບ ຢູ່ເຂດຊາຍແດນໄທ-ກຳປູເຈຍແລະ ໄພນ້ຳຖ້ວມ. ໃນນັ້ນ, ຜູ້ເສຍອາກອນ ສ່ວນບຸກຄົນ ທີ່ມີເງື່ອນໄຂຄົບຖ້ວນ ສາມາດຫັກຄ່າໃຊ້ຈ່າຍ ໃນການສ້ອມແປງເຮືອນ ຕາມການລາຍຈ່າຍຕົວຈິງສູງສຸດ 100.000 ບາດ, ສ່ວນຄ່າໃຊ້ຈ່າຍ ໃນການສ້ອມແປງ ພາຫະນະສາມາດຫັກໄດ້ສູງສຸດ 30.000 ບາດ. ມາດຕະການດັ່ງກ່າວ ໃຊ້ກັບເຮືອນ ແລະພາຫະນະ ທີ່ເສຍຫາຍ ຍ້ອນໄພນ້ຳຖ້ວມ ລະຫວ່າງ ວັນທີ 21 ກໍລະກົດ ຫາວັນທີ 31 ທັນວາ 2025 ແລະ ຕັ້ງຢູ່ໃນເຂດປະສົບໄພ ຫລືເຂດຊ່ວຍເຫລືອ ສຸກເສີນ ທີ່ລັດຖະບານ ແລະຄ່າໃຊ້ຈ່າຍທີ່ກ່ຽວຂ້ອງ ຕ້ອງຈ່າຍຕົວຈິງ ໃນລະຫວ່າງ ວັນທີ 21 ກໍລະກົດ 2025 ຫາ ວັນທີ 31 ທັນວາ 2026./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













