ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 16:40ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

75 ປະເທດ ສະໜັບສະໜູນຂໍ້ລິເລີ່ມ ນຳໃຊ້ ພະລັງງານໄຟຟ້າ ທົ່ວໂລກ ຂອງຕວັກກີ ຢູ່ COP31

ໂດຍ Mahaxan
· 4 ມື້ ກ່ອນອ່ານ 1 ນາທີ2 ຄັ້ງ
75 ປະເທດ ສະໜັບສະໜູນຂໍ້ລິເລີ່ມ ນຳໃຊ້ ພະລັງງານໄຟຟ້າ ທົ່ວໂລກ ຂອງຕວັກກີ ຢູ່ COP31
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງຫວຽດນາມ, ຂໍ້​ລິ​ເລີ່ມ​ໜຶ່ງ​ໂດຍ ຕວັກ​ກີ ສະ​ເໜີ ​ຢູ່ກອງ​ປະ​ຊຸມ​ ຄັ້ງ​ທີ 31 ຂອງ​ບັນ​ດາ​ຝ່າຍ ​ເຂົ້າ​ຮ່ວມ ​ສົນ​ທິ​ສັນ​ຍາ​ແມ່​ ຂອງ ສ​ປ​ຊກ່ຽວ​ກັບ ​ການ​ປ່ຽງ​ແປ​ງ ​ຂອງ​ດິນ​ຟ້າ​ອາ​ກາດ (COP31), ເພື່ອ​ແນ​ໃສ່​ ຍົກ​ອັດ​ຕາ​ນຳ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ ​ໃນ​ຈຳ​ນວນ​ພະ​ລັງ​ງານ​ຊົມ​ໃຊ້​ທົ່ວ​ໂລກ ​ຂຶ້ນ​ເປັນ 35%ໃນ​ປີ 2035, ຈາກ​ລະ​ດັບ 22% ໄລ່​ຮອດ​ວັນ​ທີ 18 ພະ​ຈິກ, ເຊິ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ​ຈາກ 75 ປະ​ເທດ ພ້ອມ​ກັບ 94 ວິ​ສາ​ຫະ​ກິດແລະ ອົງ​ການ​ຈັດ​ຕັ້ງ. ຂໍ້​ລິ​ເລີ່ມ​ນີ້​ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຍູ້​ແຮງ ວິ​ວັດ​ການ​ຫັນ​ປ່ຽນໄປ​ ນຳ​ໃຊ້​ພະ​ລັງ​ງານ​ສະ​ອາດແລະໜູນ​ຊ່ວຍ​ບັນ​ດ​າ​ຄຳ​ໝັ້ນ​ສັນ​ຍາ ​ທີ່​ໄດ້​ຍົກ​ອອກ​ມາ ​ຢູ່​ສົນ​ທິ​ສັນ​ຍາປາ​ຮີ, ກໍ່​ຄື​ປັບ​ປຸງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ​ທີ່​ໄດ້​ຍົກ​ອອກ​ມາ​ຢູ່ COP 28 ເຊິ່ງ​ໄດ້​ດຳ​ເນີນ​ຢູ່​ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເລດ (UAE) ປີ 2023, ກ່ຽວ​ກັບ​ການ​ເພີ່ມ​ຂຶ້ນ​ທົບ 3 ເທົ່າສະ​ມັດ​ຕະ​ພາບ​ ພະ​ລັງ​ງານ​ ທົດ​ແທນ​ທົ່ວ​ໂລກ ແລະເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ ຄວາມ​ໄວ​ ການ​ປັບ​ປຸງ ​ປະ​ສິດ​ທິ​ຜົນ ​ຂອງ​ການ​ນຳ​ໃຊ້​ພະ​ລັງ​ງານ​ໃນ​ປີ 2030, ໜູນ​ຊ່ວຍ​ ບັນ​ດາ​ຄວາມ​ມາ​ນະ ​ພະ​ຍາ​ຍາມ ​ເພື່ອ​ແນ​ໃສ່ຫລຸດ​ຜ່ອນ​ ການ​ປ່ອຍ​ອາຍ​ພິດແລະ ຈຳ​ກັດ​ປະ​ກົດ​ການໜ່ວຍ​ໂລກ​ອຸ່ນ​ຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່

ADadvertisement