
ກຳປູເຈຍ-ໄທ ໃກ້ຈະກ້າວເຂົ້າສູ່ວາລະໄກ່ເກ່ຍ ທີ 3 ກ່ຽວກັບ ການກຳນົດຊາຍແດນທາງທະເລ

ວິທະຍຸກະຈ່າຍສຽງຫວຽດນາມ, ແຕ່ວັນທີ 24 – 27 ພະຈິກ 2026, ຄະນະກຳມະການໄກ່ເກ່ຍ ຕາມສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍ ວ່າດ້ວຍທະເລ (UNCLOS) ຈະຈັດກອງປະຊຸມຄັ້ງທີ 3 ກັບ ກຳປູເຈຍ ແລະ ໄທ ຢູ່ນະຄອນຫວງກົວລາລຳເບີຂອງມາເລເຊຍເພື່ອແນໃສ່ ສືບຕໍ່ແກ້ໄຂຂໍ້ຂັດແຍ້ງ ດ້ານເຕັກນິກ ໃນການແບ່ງເຂດຊາຍແດນທະເລລະຫວ່າງ ສອງປະເທດ.ຂໍ້ມູນໂດຍ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍປະກາດໃນການຖະແຫລງຂ່າວສື່ມວນຊົນ ໃນວັນທີ 18 ພະຈິກ. ຝ່າຍກຳປູເຈຍ ໄດ້ຕີລາຄາວ່າ ເຫດການຈະມາເຖິງແມ່ນບາດກ້າວທີ່ຕັ້ງໜ້າໃໝ່ ໃນວິວັດການແກ້ໄຂການຂັດແຍ້ງກັນ ຢູ່ທະເລກັບ ໄທ ໂດຍສັນຕິວິທີເຊິ່ງພະນົນເປັນລິເລີ່ມ. ໂດຍຄັດສະເໜີການຖະແຫລງຂ່າວ, ອົງການການຕ່າງປະເທດ ຂອງປະເທດນີ້ ໃຫ້ຮູ້ວ່າໂດຍສືບຕໍ່ໝາກຜົນ ຂອງວາລະເຮັດວຽກກ່ອນນີ້, ຄະນະກຳມະການສອງປະເທດຈະປຶກສາຫາລື ກ່ຽວກັບ ການແບ່ງເສັ້ນຊາຍແດນທະເລ ຢ່າງເລິກເຊິ່ງ, ຈຸດສຸມແມ່ນດ້ານເຕັກນິກ.ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ບັນດາຝ່າຍປຶກສາຫາລື ແລະມຸ່ງໄປເຖິງຄວາມເຫັນດີເຫັນພ້ອມ.ຢັ້ງຢືນການເຂົ້າຮ່ວມ ດ້ວຍຈິດໃຈເປັນມິດ, ຮ່ວມມື ແລະເຄົາລົບນັບຖື ເຊິ່ງກັນແລະກັນ, ພະນົມເປັນຫວັງວ່າ ຈະປະສານສົມທົບ ຢ່າງແໜ້ນແຟ້ນກັບຄະນະກຳມະການປອງດອງ ພ້ອມກັບ ຝ່າຍເພື່ອຊອກຫາມາດຕະການ ທີມີຄວາມຍຸຕິທຳແລະ ຍືນຍົງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່














