ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 16:40ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອີໄອເອ ເປີດເຜີຍສາງນ້ຳມັນດິບ ສ.ອາເມລິກາ ເພີ່ມຂຶ້ນ

ໂດຍ Mahaxan
· 3 ມື້ ກ່ອນອ່ານ 1 ນາທີ2 ຄັ້ງ
ອີໄອເອ ເປີດເຜີຍສາງນ້ຳມັນດິບ ສ.ອາເມລິກາ ເພີ່ມຂຶ້ນ
ADadvertisement
ADadvertisement
ADadvertisement
ອີໄອເອ ເປີດເຜີຍສາງນ້ຳມັນດິບ ສ.ອາເມລິກາ ເພີ່ມຂຶ້ນ

ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ຫ້ອງການ ຂໍ້ມູນຂ່າວສານ ດ້ານພະລັງງານ ຂອງ ລັດຖະບານ ສ.ອາເມລິກາ (EIA) ເປີດເຜີຍວ່າ: ສາງນໍ້າມັນດິບ ຂອງ ປະເທດນີ້ ເພີ່ມຂຶ້ນ 3,4 ລ້ານຖັງ  ເມື່ອອາທິດທີ່ຜ່ານມາ, ໃນຂະນະທີ່ ນັກວິເຄາະຄາດວ່າ ຈະເພີ່ມຂຶ້ນພຽງ 400.000 ຖັງ.

ໂດຍສະເພາະ ສາງນ້ຳມັນດິບ  ຢູ່ເມືອງຄູຊິງ ລັດໂອກລາໂຮມາ ເຊິ່ງເປັນຈຸດສົ່ງມອບ ສັນຍານ້ຳມັນດິບ ລ່ວງໜ້າຂອງ ສ.ອາເມລິກາ ຫລຸດລົງ 1,2 ລ້ານຖັງ. ສ່ວນສາງນ້ຳມັນແອັດຊັງ ເພີ່ມຂຶ້ນ 5,2 ລ້ານຖັງ ໃນອາທິດທີ່ຜ່ານມາ ໃນຂະນະທີ່ ນັກວິເຄາະ ຄາດວ່າ: ຈະເພີ່ມຂຶ້ນ 1,7 ລ້ານຖັງ. ນອກຈາກນັ້ນ, ນ້ຳມັນກັ່ນ ລວມທັງ ນ້ຳມັນ ຄວາມຮ້ອນ (Heating Oil) ແລະນ້ຳມັນກາຊວນ ເພີ່ມຂຶ້ນ 1,6 ລ້ານຖັງ ໃນຂະນະທີ່ນັກວິເຄາະຄາດວ່າ ຈະເພີ່ມຂຶ້ນ 1,1 ລ້ານຖັງ./

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່

ADadvertisement