
ປິດກອງປະຊຸມໄອປາ ຄັ້ງທີ 47 ພ້ອມມອບລາງວັນກຽດຕິຄຸນໃຫ້ແກ່ອະດີດການນຳຂັ້ນສູງຂອງສະພາແຫ່ງຊາດລາວ

ໃນວັນທີ 20 ພະຈິກຜ່ານມາ, ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ ຄັ້ງທີ 47 (47th AIPA General Assembly) ໄດ້ປິດລົງຢ່າງເປັນທາງການ ທີ່ນະຄອນຫຼວງມະນີລາ, ສາທາລະນະລັດ ຟີລິບປິນ; ໂດຍມີທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປ ປລາວ ເຂົ້າຮ່ວມ.

ໃນພິທີປິດ, ໄດ້ມີການຮັບຮອງເອົາບົດລາຍງານຜົນຂອງກອງປະຊຸມກຳມາທິການ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ຄື: ກຳມາທິການວຽກງານການເມືອງ, ເສດຖະກິດ, ສັງຄົມ, ກອງປະຊຸມສະມາຊິກລັດຖະສະພາເພດຍິງໄອປາ (WAIPA), ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ (YPA), ກຳມາທິການວຽກງານຈັດຕັ້ງພາຍໃນ, ກອງປະຊຸມປຶກສາຫາລືກັບປະເທດສັງເກດການ, ກອງປະຊຸມພົບປະລະຫວ່າງ ໄອປາ-ອາຊຽນ ຄັ້ງທີ 5 ລວມເຖິງບົດລາຍງານຂອງຄະນະກຳມະການຮ່າງຖະແຫຼງການຮ່ວມ ພ້ອມທັງໄດ້ຮ່ວມກັນລົງນາມໃນຖະແຫຼງການຮ່ວມຂອງກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 47 ແລະ ພິທີມອບລາງວັນກຽດຕິຄຸນໄອປາ (AIPA Distinguished Service Award) ໃຫ້ແກ່ບັນດາຜູ້ທີ່ມີຜົນງານດີເດັ່ນ ຈຳນວນ 3 ທ່ານ ຄື: ທ່ານ ໄຊສົມພອນ ພົມວິຫານ ອະດີດປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ນາງ ປວນ ມະຫາຣານີ (Puan Maharani) ປະທານສະພາຜູ້ແທນລາດສະດອນ ແຫ່ງ ສາທາລະນະລັດອິນໂດເນເຊຍ ແລະ ທ່ານ ຊົວ ຢາຣາ (Suos Yara) ສະມາຊິກສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ.

ພ້ອມກັນນີ້, ຍັງໄດ້ມອບ-ຮັບສະຖານະໃຫ້ແກ່ລັດຖະສະພາປະເທດສັງເກດການໃໝ່ຂອງໄອປາ ໄດ້ແກ່: ສາທາລະນະລັດແຊັກບີ (Serbia) ແລະ ຣາຊະອານາຈັກແອັດສະປາຍ (Spain) ໂດຍມີຜູ້ຕາງໜ້າຈາກທັງສອງປະເທດຂຶ້ນກ່າວຄຳປາໄສຮັບສະຖານະດັ່ງກ່າວ.
ໃນວາລະດຽວກັນ, ທ່ານ ເຟົາສຕິໂນ “ໂບຈີ” ຈີ. ດີ ທີ 3 (Faustino “Bojie” G. Dy III) ປະທານສະພາຜູ້ແທນລາດສະດອນ ແຫ່ງ ສາທາລະນະລັດຟີລິບປິນ ໃນນາມປະທານໄອປາ ຄັ້ງທີ 47 ໄດ້ລົງນາມ ແລະ ສົ່ງມອບໜັງສືມອບ-ຮັບຕຳແໜ່ງ, ຄ້ອນປະທານ ແລະ ທຸງຂອງໄອປາ ໃຫ້ແກ່ທ່ານປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດສິງກະໂປ ເພື່ອຮັບໜ້າທີ່ເປັນປະທານໄອປາ ຄັ້ງທີ 48 ໃນປີ 2027, ພ້ອມທັງຮັບຟັງຄຳກ່າວຮັບຕຳແໜ່ງ ແລະ ຮັບຊົມວິດີໂອແນະນຳປະເທດສິງກະໂປອີກດ້ວຍ.

ໃນຕອນທ້າຍຂອງພິທີປິດ, ທ່ານ ເຟົາສຕິໂນ “ໂບຈີ” ຈີ. ດີ ທີ 3 ໄດ້ກ່າວສູນທອນພົດປິດກອງປະຊຸມຢ່າງເປັນທາງການ ໂດຍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາຄະນະຜູ້ແທນລັດຖະສະພາສະມາຊິກ, ປະເທດສັງເກດການ ແລະ ຄູ່ຮ່ວມມືຕ່າງໆ ທີ່ເຮັດໃຫ້ກອງປະຊຸມຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ; ພ້ອມທັງຢ້ຳຄືນເຖິງຄວາມສຳຄັນຂອງການຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງລັດຖະສະພາອາຊຽນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນໃນພາກພື້ນ ກໍຄືການສືບຕໍ່ສະໜັບສະໜູນ ສິງກະໂປ ໃນການເປັນເຈົ້າພາບຈັດກອງປະຊຸມຄັ້ງຕໍ່ໄປ.



ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່






