
ເມຍຈັບໄດ້ຜົວນອກໃຈ! ສຸດທົນຈ້າງລົດແມັກໂຄຣ ມາທຸບເຮືອນ ທີ່ສ້າງມາດ້ວຍເຫື່ອແຮງ ຈົນມຸ່ນທັງຫຼັງ

ເຫດເກີດທີ່ປະເທດອິນໂດເນເຊຍ ວັນທີ 11 ພະຈິກ 2026 ຫຼັງມີລາຍງານວ່າ ຍິງສາວຄົນໜຶ່ງຊື່ ມຸສລິມະ ອາຍຸ 37 ປີ ຈັບໄດ້ວ່າສາມີຂອງຕົນນອກໃຈ ຈົນຕັດສິນໃຈບໍ່ຂໍອົດທົນອີກຕໍ່ໄປ ແລະຈ້າງລົດແມັກໂຄຣມາຮື້ຖອນເຮືອນທີ່ສ້າງມາດ້ວຍເງິນ ແລະເຫື່ອແຮງຂອງຕົນ ຈົນມຸ້ນລົງທັງຫຼັງເຫລືອແຕ່ຊາກ.

ຕາມລາຍງານຂ່າວ ເຫດການດັ່ງກ່າວເກີດຂຶ້ນໃນແຂວງລຳປຸງ ປະເທດອິນໂດເນເຊຍ. ໂດຍເຮືອນຫຼັງດັ່ງກ່າວເປັນເຮືອນທີ່ນາງໃຊ້ເງິນທີ່ຫາມາດ້ວຍນ້ຳພັກນ້ຳແຮງໃນການກໍ່ສ້າງ ແຕ່ຕັ້ງຢູ່ເທິງທີ່ດິນຂອງພໍ່ແມ່ຝ່າຍສາມີ.
ພາຍຫຼັງເກີດບັນຫາຄວາມສຳພັນ ແລະມີລາຍງານເລື່ອງສາມີນອກໃຈ ນາງຈຶ່ງຕັດສິນໃຈຮື້ຖອນເຮືອນຫຼັງນີ້ ໂດຍມີລາຍງານວ່າທັງສອງຝ່າຍໄດ້ຕົກລົງກັນກ່ອນດຳເນີນການ.

ເຫດການນີ້ກາຍເປັນປະເດັນທີ່ຖືກວິພາກວິຈານໃນໂລກອອນລາຍ ໂດຍຫຼາຍຄົນສົນໃຈວ່າ ເຮືອນທີ່ສ້າງມາດ້ວຍເຫື່ອແຮງ ສຸດທ້າຍກັບຕ້ອງຖືກທຸບຖິ້ມ ເພາະບັນຫາຄວາມຮັກໃນຄອບຄົວ.
ທີ່ມາ: Liputan (ສື່ຂ່າວອິນໂດເນເຊຍ)
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







