
ຜົນການແຂ່ງຂັນກິລາຕີຄີ ຝ່າຍປະຊາຊົນເອົາຊະນະຝ່າຍພະນັກງານທີ່ 9-8 ປະຕູ ໃນງານບຸນພະທາດຫຼວງ ປີ 2026

ການແຂ່ງຂັນກິລາຕີຄີ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 24 ພະຈິກນີ້, ທີ່ບໍລິເວນເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງຝ່າຍປະຊາຊົນ ແລະ ຝ່າຍພະນັກງານ-ລັດຖະກອນ ໂດຍມີທ່ານ ໂພຄໍາ ໄຊຍະສອນ ຮອງປະທານຄະນະກໍາມະການປົກຄອງ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນວ, ພ້ອມດ້ວຍການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ກ່ອນການແຂ່ງຂັນມີພິທີນຳເອົາລູກຄີ ແຫ່ອ້ອມລານພະທາດຫຼວງ 3 ຮອບ. ກວານຈໍ້າປະຈຳບ້ານທາດຫຼວງໄດ້ພາຄະນະຝ່າຍພະນັກງານ ແລະ ຝ່າຍປະຊາຊົນຂຶ້ນໄປຄາຣະວະກາບໄຫວ້ບອກກ່າວ. ຈາກນັ້ນ, ແຫ່ຂະບວນເພື່ອນຳໄປທີ່ລານເດີ່ນພະທາດຫຼວງ ຊຶ່ງແບ່ງອອກເປັນ 2 ຝ່າຍຄື: ຝ່າຍຂອງປະຊາຊົນ ແລະ ຝ່າຍຂອງພະນັກງານ-ລັດຖະກອນ ໂດຍໃຊ້ເວລາການແຂ່ງຂັນອອກເປັນ 2 ເວລາຄື: ເວລາທຳອິດ 25 ນາທີ ແລະ ເວລາຫຼັງ 25 ນາທີ ສ່ວນຈຳນວນຂອງແຕ່ລະຝ່າຍປະມານ 20-25 ຄົນ.

ຜ່ານການແຂ່ງຂັນຜົນປາກົດວ່າ: ຝ່າຍຂອງປະຊາຊົນ ສາມາດເອົາຊະນະຝ່າຍຂອງເຈົ້າໜ້າທີ່ທາງການ 9 ຕໍ່ 8 ປະຕູ ເຊິ່ງບົ່ງບອກເຖິງຄວາມສັກສິດ, ຕາມການເຊື່ອຖືກັນມາຕັ້ງແຕ່ບູຮານນະການ ຊຶ່ງຜູ້ຊົງຄຸນນະວຸດບູຮານລາວເພິ່ນກ່າວວ່າ: ຖ້າປີໃດ ການແຂ່ງຂັນຕີຄີ ຝ່າຍປະຊາຊົນເອົາຊະນະ ຝ່າຍພະນັກງານ-ລັດຖະກອນ ໄດ້ ບ້ານເມືອງຈະຢູ່ເຢັນເປັນສຸກ ໝາຍເຖິງການແຂ່ງຂັນຕີຄີ ຝ່າຍປະຊາຊົນຍັງເຂັ້ມແຂງ ສາມາດເອົາຊະນະຝ່າຍພະນັກງານ ເປັນການບົ່ງບອກເຖິງການສ່ຽງທວາຍຂອງຄົນບູຮານ ບ້ານເມືອງຈະບໍ່ອຶດເຂົ້າ ບໍ່ອຶດປາ ມີເຂົ້າເຕັມນາ ປາເຕັມໜອງ ບ້ານເມືອງມີຄວາມສະຫງົບປອດໄພ, ການທຳມາຫາກິນ ມີແຕ່ທ່ວງທ່າທີ່ດີຂຶ້ນ, ບ້ານເມືອງຈະສະຫງົບສຸກ ຮົ່ມເຢັນ ເຂົ້າປາອາຫານອຸດົມສົມບູນພູນສຸກ, ຜົນຜະລິດຈຶ່ງອຸດົມດັ່ງນີ້ແລ.

ເມື່ອການແຂ່ງຂັນຕີຄີສຳເລັດແລ້ວ ກໍໄດ້ແຫ່ລູກຄີກັບຄືນ ແລະ ອັນເຊີນລູກຄີໄວ້ບ່ອນເກົ່າ ຊຶ່ງເມື່ອກ່ອນ ຕອນທີ່ປະເທດລາວເຮົາຍັງເປັນຣາຊະອານາຈັກລາວນັ້ນ ບຸນນະມັດສະການພະທາດຫຼວງແຫ່ງນີ້ ເພິ່ນຍັງຈັດໃຫ້ມີການແຂ່ງມ້າ, ແຂ່ງຊ້າງ, ຍັງມີກິລາຕີໝໍ້, ຫຼິ້ນໝາກເດິ, ຫຼິ້ນໝາກຜີຕາແຕກ ເຊືອກດຶງແອວ, ເສັງກອງ, ລຳເລື່ອງ, ຂັບລຳ ແລະ ອື່ນໆ ເພື່ອຄົບງັນ. ສ່ວນອາຫານການກິນ ກໍຈະມີເຂົ້າຫຼາມ, ປີ້ງໄກ່, ເຂົ້າປຸ້ນ, ເຂົ້າປາດ, ເຂົ້າຕົ້ມ, ເຂົ້າໃໝ່, ບັນດາປະເພນີທີ່ມີການເສັງ (ແຂ່ງຂັນ) ດັ່ງກ່າວທີ່ເວົ້າມານີ້. ມາຮອດປັດຈຸບັນ ຍັງເຫຼືອແຕ່ເສັງຕີຄີ (ປັດຈຸບັນເອີ້ນວ່າການແຂ່ງຂັນກິລາຕີຄີ) ເຊິ່ງ ລູກຄີ ແມ່ນເຮັດດ້ວຍເຫງົ້າໄມ້ໄຜ່ຕັນ, ທາສີຄຳ ແລະ ໄມ້ຄີນັ້ນ ແມ່ນເຮັດດ້ວຍໄມ້ໄຜ່ທີ່ທາສີ ແບ່ງອອກເປັນ 2 ຝັ່ງຄື: ທາສີຄຳ ແລະ ທາສີເງິນ.


(ແຫຼ່ງຂ່າວ: ວຽງຈັນໃໝ່)
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













