
ສະພາບອາກາດປະຈຳວັນທີ 27 ພະຈິກ 2026

ວັນທີ 27 ພະຈິກ 2026 ສະພາບອາກາດໃນນະຄອນຫຼວງວຽງຈັນຍັງສືບຕໍ່ມີອາກາດເຢັນໃນຕອນເຊົ້າ ຂະນະທີ່ຕອນບ່າຍຈະມີອາກາດຮ້ອນຂຶ້ນ ໂດຍອຸນຫະພູມຕໍ່າສຸດ 19 ອົງສາ ແລະ ສູງສຸດ 32 ອົງສາເຊວຊຽສ.
ຂະນະທີ່ແຂວງຊຽງຂວາງມີສະພາບອາກາດໜາວເຢັນທີ່ສຸດ ໂດຍອຸນຫະພູມຕໍ່າສຸດຢູ່ທີ່ 11 ອົງສາເຊວຊຽສ.
ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ໄດ້ເພີ່ມກໍາລັງແຮງຂຶ້ນຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງແຮງ, ສົມທົບກະລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ , ຊຶ່ງຈະເຮັດໃຫ້ອາກາດຈະສືບຕໍ່ເຢັນລົງຢູ່ໃນແຕ່ລະພາກ ພ້ອມຈະມີລົມພັດແຮງຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.
ທັງນີ້ ປະຊາຊົນຄວນກຽມຄວາມພ້ອມຮັບມືກັບສະພາບອາກາດທີ່ແຕກຕ່າງກັນໃນແຕ່ລະຊ່ວງເວລາ ໂດຍຄວນສວມໃສ່ເຄື່ອງນຸ່ງໃຫ້ອົບອຸ່ນໃນຕອນເຊົ້າ ແລະ ດື່ມນ້ຳໃຫ້ພຽງພໍໃນຊ່ວງອາກາດຮ້ອນຕອນບ່າຍ.
ເວລາ 07:00 ຫາ 12:00 ໂມງ




ເວລາ 12:00 ຫາ 18:00 ໂມງ




ເວລາ 18:00 ຫາ 07:00 ໂມງ




ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ສະພາບອາກາດປະຈຳວັນທີ 26 ພະຈິກ 2026
2 ມື້ກ່ອນ
ສະພາບອາກາດປະຈຳວັນທີ 25 ພະຈິກ 2026
3 ມື້ກ່ອນ
ສະພາບອາກາດປະຈຳວັນທີ 23 ພະຈິກ 2026
5 ມື້ກ່ອນ
ສະພາບອາກາດປະຈຳວັນທີ 20 ພະຈິກ 2026
1 ອາທິດກ່ອນ







