MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອ້ອຍລາວບຸກຕະຫຼາດຈີນ! ສົ່ງອອກກວ່າ 1,24 ລ້ານໂຕນ ຜ່ານສິບສອງພັນນາ.

ອ້ອຍລາວບຸກຕະຫຼາດຈີນ! ສົ່ງອອກກວ່າ 1,24 ລ້ານໂຕນ ຜ່ານສິບສອງພັນນາ.

Jenjila
ເຜີຍແຜ່: 11 May 2026, 10:18
ປັບປຸງຫຼ້າສຸດ: 11 May 2026, 10:18
ອ່ານ 38 ຄັ້ງ
ອ້ອຍລາວບຸກຕະຫຼາດຈີນ! ສົ່ງອອກກວ່າ 1,24 ລ້ານໂຕນ ຜ່ານສິບສອງພັນນາ.

ເຈົ້າໜ້າທີ່ ດ່ານກວດກາຄົນເຂົ້າ-ອອກເມືອງບໍ່ຫານ ສປ ຈີນ ໄດ້ເປີດເຜີຍເມື່ອມໍ່ໆມາໆນີ້ວ່າ: ມີອ້ອຍຈາກປະເທດລາວຫຼາຍກວ່າ 1,24 ລ້ານໂຕນ ໃສ່ລົດບັນທຸກ 70.000 ຄັນຖືກ ສົ່ງເຂົ້າສູ່ຕະຫຼາດຈີນ ຜ່ານດ່ານຊາຍແດນໃນເຂດສິບສອງພັນນາ ແຂວງຢຸນນານ ສປ ຈີນ.

ອ້ອຍຈໍານວນດັ່ງກ່າວ ໄດ້ຂົນສົ່ງຈາກລາວເຂົ້າຈີນ ໂດຍໄດ້ຜ່ານ 3 ດ່ານສຳຄັນ ຄື: ດ່ານຊ້າເຫີ; ດ່ານທາງມ້ານຈ່ວງ ແລະ ດ່ານທາງຊິ່ນມິນເຊິ່ງຕັ້ງຢູ່ໃນເຂດຊາຍແດນລະຫວ່າງລາວ-ຈີນ ໃນກິ່ງແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັນນາ.

ສຳລັບລະດູການເກັບກ່ຽວອ້ອຍໃນປີນີ້ ໄດ້ເລີ່ມຕົ້ນມາຕັ້ງແຕ່ວັນທີ 29 ຕຸລາ 2025 ແລະ ໃຊ້ເວລາເກັບກ່ຽວຫຼາຍກວ່າ 6 ເດືອນ.

ການສົ່ງອອກອ້ອຍຈໍານວນດັ່ງກ່າວສະທ້ອນໃຫ້ເຫັນເຖິງການເຕີບໂຕຂອງພາກກະສິກຳຂອງລາວ ໂດຍສະເພາະການປູກອ້ອຍ ແລະ ການຂະຫຍາຍຕົວດ້ານການຄ້າຊາຍແດນລາວ-ຈີນ ທີ່ນັບມື້ນັບຂະຫຍາຍຕົວ.

ທີ່ມາ: CMG FM93

ແບ່ງປັນ:

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ