ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຂວງອຸດົມໄຊ ຈັດພິທີໄຫວ້ອາໄລ ແລະ ມອບ-ຮັບ 9 ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກັບຄືນປະເທດ

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 2 ນາທີ55 ຄັ້ງ
ແຂວງອຸດົມໄຊ ຈັດພິທີໄຫວ້ອາໄລ ແລະ ມອບ-ຮັບ 9 ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກັບຄືນປະເທດ
ADadvertisement
ADadvertisement
ADadvertisement
ແຂວງອຸດົມໄຊ ຈັດພິທີໄຫວ້ອາໄລ ແລະ ມອບ-ຮັບ 9 ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກັບຄືນປະເທດ

ວັນທີ 26 ພຶດສະພາ ນີ້,ທີ່ສະໂມສອນ ແຂວງອຸດົມໄຊ ໄດ້ຈັດພິທີໄຫວ້ອາໄລ ແລະ ມອບ-ຮັບ 9 ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ ທີ່ເສຍສະ ຫຼະຊີວິດໃນປາງສົງຄາມ ຢູ່ 6 ແຂວງພາກເໜືອ ຂອງ ສປປ ລາວ ສົ່ງກັບຄືນປະເທດ ສສ ຫວຽດນາມ ( ໄລຍະທີ II ສົກປີ 2025-2026 ) ຢ່າງສົມກຽດ, ເຂົ້າຮ່ວມພິທີ ມີ ສະ ຫາຍ ຄຳດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ, ສະຫາຍ ພົນຈັດຕະວາ ວົງໄຊ ອິນທະຄຳ ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ທັງເປັນຄະນະປະຕິບັດງານພິເສດ ລັດຖະບານ ສປປ ລາວ, ສະຫາຍ ພັນເອກພິເສດ ຢີ ກົງທຶງ ຫົວໜ້າກອງປະ ຕິບັດງານພິເສດ ທະຫານເຂດ 2 ສສ ຫວຽດນາມ ປະຈຳພາກເໜືອ, ພ້ອມດ້ວຍຜູ້ຕາງໜ້າ ຈາກ 6 ແຂວງພາກເໜືອຂອງລາວ, ສະມາຄົມຊາວຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ແຂວງອຸດົມໄຊ ຈັດພິທີໄຫວ້ອາໄລ ແລະ ມອບ-ຮັບ 9 ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກັບຄືນປະເທດ · ຮູບທີ 2

ຜ່ານການເຄື່ອນໄຫວສຳຫຼວດ, ຄົ້ນຫາ ແລະ ຂຸດຄົ້ນ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ໃນໄລຍະທີ II ສົກປີ 2025-2026, ກອງປະຕິບັດງານພິ ເສດທະຫານ ເຂດ 2 ສສ ຫວຽດນາມ ປະຈຳພາກເໜືອ ໄດ້ຮ່ວມມືກັບ ຄະນະປະຕິບັດງານພິເສດ ແລະ ພາກສ່ວນກ່ຽວຂ້ອງຂອງລາວ ສາມາດຊອກຫາ ແລະ ຂຸດຄົ້ນ ອັດຖິໄດ້ ທັງໝົດ 9 ອັດຖິ. ໃນນັ້ນ, ພົບຢູ່ ເມືອງງາ, ແຂວງອຸດົມໄຊ 3 ອັດຖິ,ເມືອງຂວາ,ແຂວງຜົ້ງສາລີ 3 ອັດຖິ ແລະເມືອງ ປາກອູ, ແຂວງຫຼວງພະບາງ 3 ອັດຖິ.

ແຂວງອຸດົມໄຊ ຈັດພິທີໄຫວ້ອາໄລ ແລະ ມອບ-ຮັບ 9 ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກັບຄືນປະເທດ · ຮູບທີ 3

ຕະຫຼອດໄລຍະ 32 ປີ ຜ່ານມາ ( ນັບແຕ່ປີ 1994 ເຖິງ ປັດຈຸບັນ), ພາຍໃຕ້ການຮ່ວມມື ແລະ ປະສານງານຢ່າງໃກ້ ຊິດ ລະຫວ່າງ ສອງປະເທດ, ສາມາດຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິ ທະຫານອາສາສະໝັກ ແລະ ຊ່ຽວ ຊານ ຫວຽດນາມ ໄດ້ທັງໝົດ 1.870 ອັດຖິ. ໃນນັ້ນ, ສາ ມາດກຳນົດ ຊື່,ນາມສະກຸນ ແລະ ບ້ານເກີດເມືອງນອນ ໄດ້ 392 ອັດຖິ, ບໍ່ທັນຮູ້ ຊື່ ແລະ ບ້ານເກີດ 1.478 ອັດຖິ, ເຊິ່ງຜ່ານມາ ໄດ້ສົ່ງກັບຄືນປະເທດແລ້ວ ຈຳນວນ 1.861 ອັດຖິ.

ADadvertisement
ADadvertisement
ADadvertisement
ແຂວງອຸດົມໄຊ ຈັດພິທີໄຫວ້ອາໄລ ແລະ ມອບ-ຮັບ 9 ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກັບຄືນປະເທດ · ຮູບທີ 4

ໃນພິທີ ທີ່ມີຄວາມໝາຍນີ້, ໄດ້ສະແດງໃຫ້ເຫັນເຖິງຄວາມກະຕັນຍູ ຮູ້ບຸນຄຸນ ອັນເລິກເຊິ່ງຕໍ່ກັບນັກຮົບ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອ ເພື່ອພາລະກິດປົດປ່ອຍຊາດຂອງລາວ ໃນອະດີດ ແລະ ຍັງເປັນການຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່,ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ,ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ ຊົ່ວກາລະ ນານ.

ແຂວງອຸດົມໄຊ ຈັດພິທີໄຫວ້ອາໄລ ແລະ ມອບ-ຮັບ 9 ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກັບຄືນປະເທດ · ຮູບທີ 5

ພາຍຫຼັງສຳເລັດພິທີທາງການ, ອັດຖິ ທັງໝົດ 9 ອັດຖິ ໄດ້ຖືກເຄື່ອນຍ້າຍ ແລະ ສົ່ງມອບ ໃຫ້ແກ່ຄະນະຜູ້ຕາງໜ້າຝ່າຍ ສສ ຫວຽດນາມ ເພື່ອນຳສົ່ງກັບຄືນສູ່ປະເທດຊາດ ແລະ ບ້ານເກີດ ເມືອງນອນ ຕາມຮີດຄອງປະເພນີ ຢ່າງສົມກຽດ.

ແຂວງອຸດົມໄຊ ຈັດພິທີໄຫວ້ອາໄລ ແລະ ມອບ-ຮັບ 9 ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກັບຄືນປະເທດ · ຮູບທີ 6
ແຂວງອຸດົມໄຊ ຈັດພິທີໄຫວ້ອາໄລ ແລະ ມອບ-ຮັບ 9 ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກັບຄືນປະເທດ · ຮູບທີ 7

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 55 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່