ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄວາມຄືບໜ້າການຊ່ວຍຜູ້ຕິດຖໍ້າຢູ່ໄຊສົມບູນ ຄາດວ່າຍັງອີກ 10 ກວ່າແມັດຈະໄປເຖິງຈຸດທີ່ຄາດວ່າ ທັງ 7 ຄົນຢູ່

ໂດຍ Jenjilaອັບເດດ
· 6 ເດືອນ ກ່ອນອ່ານ 1 ນາທີ87 ຄັ້ງ
ຄວາມຄືບໜ້າການຊ່ວຍຜູ້ຕິດຖໍ້າຢູ່ໄຊສົມບູນ ຄາດວ່າຍັງອີກ 10 ກວ່າແມັດຈະໄປເຖິງຈຸດທີ່ຄາດວ່າ ທັງ 7 ຄົນຢູ່
ADadvertisement
ADadvertisement
ADadvertisement
ຄວາມຄືບໜ້າການຊ່ວຍຜູ້ຕິດຖໍ້າຢູ່ໄຊສົມບູນ ຄາດວ່າຍັງອີກ 10 ກວ່າແມັດຈະໄປເຖິງຈຸດທີ່ຄາດວ່າ ທັງ 7 ຄົນຢູ່

ຕາມການສອບຖາມຂໍ້ມູນຈາກອຳນາດການປົກຄອງເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນເວລາ 8:33 ໂມງຂອງວັນທີ 27 ພຶດສະພາ 2026 ໃຫ້ຮູ້ວ່າ: ພາລະກິດຊ່ວຍເຫຼືອປະຊາຊົນ 7 ຄົນທີ່ຕິດຢູ່ໃນຖໍ້າ ຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ຍັງສືບຕໍ່ເນີນການຢ່າງເຄັງຮ້ອນ ເຊິ່ງຕອນແລງຂອງວັນທີ 26 ພຶດສະພາ, ຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ແລະ ທີມກູໄພ ໄດ້ວາງແຜນການຊ່ວຍເຫຼືອຄືນໃໝ່ ພາຍຫຼັງບໍລິສັດລາວໂທລະຄົມ ໄດ້ຕິດຕັ້ງສັນຍານໂທລະສັບສຳເລັດ.

ຄວາມຄືບໜ້າການຊ່ວຍຜູ້ຕິດຖໍ້າຢູ່ໄຊສົມບູນ ຄາດວ່າຍັງອີກ 10 ກວ່າແມັດຈະໄປເຖິງຈຸດທີ່ຄາດວ່າ ທັງ 7 ຄົນຢູ່ · ຮູບທີ 2

ມາຮອດເຊົ້າຂອງມື້ນີ້, ລະດັບນໍ້າໃນຖໍ້າແມ່ນໄດ້ບົກແຫ້ງລົງຫຼາຍພໍສົມຄວນ ແລະ ໄດ້ສືບຕໍ່ດູດນໍ້າອອກຈາກຖໍ້າຢ່າງຕໍ່ເນື່ອງ; ໃນເວລາ 07:7 ນາທີ ທີມກູໄພ ໄດ້ຈັດພິທີກາບໄຫວ້ສິ່ງສັກສິກ ຖວາຍ ໄກ່, ເຫຼົ້າ ຕາມຄວາມເຊື່ອກ່ອນດຳເນີນພາລະກິດຄົ້ນຫາ.

ຕາມການບອກເລົ່າຂອງປະຊາຊົນທີ່ເຄີຍເຂົ້າໄປ, ເສັ້ນທາງໃນຖໍ້າຈາກຈຸດທີ່ທະລຸເຂົ້າໄປໄດ້ໃນວັນທີ 26 ພຶດສະພາ ຄາດວ່າຍັງອີກ 10 ກວ່າແມັດຈະໄປເຖິງຈຸດທີ່ຄາດວ່າປະຊາຊົນທັງ 7 ຄົນຢູ່.

ADadvertisement
ADadvertisement
ADadvertisement

ຂໍເປັນກຳລັງໃຈໃຫ້ທຸກພາກສ່ວນທີ່ກຳລັງປະຕິບັດໜ້າທີ່ຊ່ວຍເຫຼືອຜູ້ປະສົບໄພ, ຂໍໃຫ້ພາລະກິດປະສົບຜົນສຳເລັດໃນໄວໆ ແລະ ຂໍໃຫ້ທຸກທ່ານປອດໄພ.

ຄວາມຄືບໜ້າການຊ່ວຍຜູ້ຕິດຖໍ້າຢູ່ໄຊສົມບູນ ຄາດວ່າຍັງອີກ 10 ກວ່າແມັດຈະໄປເຖິງຈຸດທີ່ຄາດວ່າ ທັງ 7 ຄົນຢູ່ · ຮູບທີ 3
ຄວາມຄືບໜ້າການຊ່ວຍຜູ້ຕິດຖໍ້າຢູ່ໄຊສົມບູນ ຄາດວ່າຍັງອີກ 10 ກວ່າແມັດຈະໄປເຖິງຈຸດທີ່ຄາດວ່າ ທັງ 7 ຄົນຢູ່ · ຮູບທີ 4
ຄວາມຄືບໜ້າການຊ່ວຍຜູ້ຕິດຖໍ້າຢູ່ໄຊສົມບູນ ຄາດວ່າຍັງອີກ 10 ກວ່າແມັດຈະໄປເຖິງຈຸດທີ່ຄາດວ່າ ທັງ 7 ຄົນຢູ່ · ຮູບທີ 5
ຄວາມຄືບໜ້າການຊ່ວຍຜູ້ຕິດຖໍ້າຢູ່ໄຊສົມບູນ ຄາດວ່າຍັງອີກ 10 ກວ່າແມັດຈະໄປເຖິງຈຸດທີ່ຄາດວ່າ ທັງ 7 ຄົນຢູ່ · ຮູບທີ 6

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 87 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່