ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມືອງຊານໄຊ ເພີ່ມທະວີມາດຕະການສະກັດກັ້ນ ແລະ ແກ້ ໄຂອຸບັດຕິເຫດຕາມທ້ອງຖະໜົນ

ໂດຍ Pele
· 6 ເດືອນ ກ່ອນອ່ານ 2 ນາທີ59 ຄັ້ງ
ເມືອງຊານໄຊ ເພີ່ມທະວີມາດຕະການສະກັດກັ້ນ ແລະ ແກ້ ໄຂອຸບັດຕິເຫດຕາມທ້ອງຖະໜົນ
ADadvertisement
ADadvertisement
ADadvertisement

ໃນໄລຍະ 6 ເດືອນຕົ້ນປີ 2026, ກອງບັນຊາການປ້ອງ ກັນຄວາມສະຫງົບ ເມືອງຊານໄຊ ແຂວງອັດ​ຕະປື​ ໄໄດ້ສຸມໃສ່ນໍາພາ-ຊີ້ນໍາກໍາລັງວິຊາສະເພາະ ເຮັດໜ້າທີ່ຢ່າງມີຄວາມ ຮັບຜິດ​ຊອບສູງ ໃນການສະກັດກັ້ນ ແລະ ແກ້ໄຂປະ​ກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະ ແມ່ນການແກ້​ໄຂບັນຫາອຸບັດຕິເຫດຕາມທ້ອງຖະ​ໜົນ, ໂດຍການລົງເຜີຍແຜ່ກົດ ໝາຍຈະລາຈອນທາງບົກ ແລະ ລະບຽບການສັນຈອນໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນ ພາຍໃນເມືອງ ຢ່າງກວ້າງ​ຂວາງ.​

ເມືອງຊານໄຊ ເພີ່ມທະວີມາດຕະການສະກັດກັ້ນ ແລະ ແກ້ ໄຂອຸບັດຕິເຫດຕາມທ້ອງຖະໜົນ

ວັນທີ 26 ພຶດສະພາ 2026 ນີ້, ພັທ ພູມີ ແກ້ວບົວລະ ພາ ຫົວໜ້າກອງບັນ​ຊາການປ້ອງກັນຄວາມສະ​ຫງົບ ເມືອງຊານໄຊ ໃຫ້ສໍາພາດວ່າ: ເຖິງວ່າເຈົ້າໜ້າທີ່ ຈະລາຈອນໄດ້ຈັດຕັ້ງປະຕິບັດມາດຕະການຕ່າງໆ ຢ່າງແຂງແຮງ ແລ້ວກໍ ຕາມ, ແຕ່ສະ​ຖິຕິການເກີດອຸບັດຕິເຫດ ຢູ່ພາຍໃນເມືອງຊານໄຊ ກໍຍັງມີທ່າອ່ຽງເພີ່ມ​ຂຶ້ນ,​ ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2026, ທົ່ວເມືອງ ມີເກີດອຸບັດ​ຕິເຫດ ທັງໝົດ 27 ເລື່ອງ, ຖ້າທຽບໃສ່ 6 ເດືອນທ້າຍປີ 2025 ມີອຸບັດຕິເຫດເພີ່ມຂຶ້ນ 2 ເລື່ອງ, ມີຜູ້ໄດ້ຮັບບາດເຈັບ ທັງໝົດ 36 ຄົນ ຍິງ 4 ຄົນ ແລະ ມີຄົນເສຍຊີວິດ 3 ຄົນ,​ ມີພາຫະນະເປ່ເພ ທັງ​ໝົດ 41 ຄັນ.

ເມືອງຊານໄຊ ເພີ່ມທະວີມາດຕະການສະກັດກັ້ນ ແລະ ແກ້ ໄຂອຸບັດຕິເຫດຕາມທ້ອງຖະໜົນ · ຮູບທີ 2

ທ່ານຫົວໜ້າກອງບັນຊາການ ປກສ ເມືອງຊານໄຊ ໃຫ້ຮູ້ຕື່ມວ່າ: ສາເຫດຫຼັກທີ່ພາໃຫ້ເກີດອຸບັດ​ຕິເຫດ ແມ່ນເກີດຈາກຜູ້ຂັບຂີ່ດື່ມສິ່ງມຶນເມົາແລ້ວຂັບຂີ່, ການຂັບຂີ່ລົດໄວເກີນກໍານົດ ແລະ ພາຫະນະບໍ່ໄດ້ມາດຕະຖານເຕັກນິກ, ສ່ວນຈຸດສ່ຽງທີ່ເກີດອຸບັດຕິເຫດເລື້ອຍໆແມ່ນຢູ່ເສັ້ນທາງເລກທີ 9001 ເລີ່ມແຕ່ຈຸດປະຕູໂຂງ ຫາ ຄ້ອຍຕາດຈໍ ບ້ານວັງໄຊ ແລະ ເສັ້ນທາງແຕ່ສາມ​ແຍກລູກສອນໄຟ ໄປຫາ ເຂື່ອນເຊກະໝານ, ເຊິ່ງກຸ່ມເປົ້າໝາຍທີ່ເກີດອຸບັດຕິເຫດສ່ວນຫຼາຍ ແມ່ນຢູ່ໃນເກນອາຍຸແຕ່ 17 ປີ-45 ປີ; ຜ່ານການຈັດຕັ້ງປະຕິບັດຕົວຈິງ ຄຽງຄູ່ກັບຂໍ້ສະດວກທີ່ມີຄະນະພັກຂັ້ນເທິງໃຫ້ທິດຊີ້ນໍາຢ່າງໃກ້ຊິດ ແລະ ມີນິຕິກໍາ ເປັນບ່ອນອີງແລ້ວ, ກໍຍັງມີ ຂໍ້ຫຍຸ້ງຍາກ ເປັນຕົ້ນ ດ້ານງົບປະມານ,ອຸ ປະກອນ ແລະ ພາ​ຫະນະຮັບໃຊ້ເຂົ້າໃນການເຄື່ອນໄຫວພາກສະໜາມ ແລະ ລົງໂຄສະນາ ແມ່ນຍັງຂາດເຂີນ.​

ADadvertisement
ADadvertisement
ADadvertisement
ເມືອງຊານໄຊ ເພີ່ມທະວີມາດຕະການສະກັດກັ້ນ ແລະ ແກ້ ໄຂອຸບັດຕິເຫດຕາມທ້ອງຖະໜົນ · ຮູບທີ 3

ສໍາລັບ ທິດທາງແຜນ​ການໃນຕໍ່ໜ້າ, ກອງບັນຊາການ ປກສ ເມືອງຊານໄຊ ຈະສືບຕໍ່ລົງເຄື່ອນໄຫວໂຄສະນາກົດ ໝາຍວ່າດ້ວຍຈະລາຈອນທາງບົກ ໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ຕາມໝວດໂຮງຮຽນຕ່າງໆ ໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ,​ ພ້ອມທັງເພີ່ມທະວີການຕັ້ງຈຸດກວດກາ ແລະ ຈັດສັນພາຫະນະຕາມຈຸດສ່ຽງຕ່າງໆ ເປັນຕົ້ນແມ່ນທາງສາມແຍກ ແລະ ສີ່ແຍກ ເພື່ອຫຼຸດຜ່ອນການເກີດອຸບັດ​ຕິເຫດ ໃຫ້ໄດ້ຫຼາຍທີ່ສຸດ.

ເມືອງຊານໄຊ ເພີ່ມທະວີມາດຕະການສະກັດກັ້ນ ແລະ ແກ້ ໄຂອຸບັດຕິເຫດຕາມທ້ອງຖະໜົນ · ຮູບທີ 4

ພັທ ພູມີ ແກ້ວບົວລະພາ ໄດ້ຮຽກ​ຮ້ອງມາຍັງພໍ່ແມ່ປະຊາ​ຊົນບັນດາເຜົ່າທຸກຊັ້ນຄົນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ເປັນເຈົ້າ​ການໃນການປະຕິບັດກົດລະ​ບຽບຈະລາຈອນຢ່າງເຄັ່ງຄັດ, ເຄົາລົບກົດລະບຽບໃນການໃຊ້ລົດໃຊ້ຖະໜົນຢ່າງຖືກຕ້ອງ ແລະ ຕ້ອງໃສ່ໝວກກັນກະ ທົບທຸກຄັ້ງໃນເວລາຂັບຂີ່ ເພື່ອຄວາມປອດໄພໃນຊີວິດ ແລະ ຊັບສິນຂອງຕົນເອງ ກໍຄື ຂອງຜູ້ອື່ນ ໃນສັງຄົມ.

ເມືອງຊານໄຊ ເພີ່ມທະວີມາດຕະການສະກັດກັ້ນ ແລະ ແກ້ ໄຂອຸບັດຕິເຫດຕາມທ້ອງຖະໜົນ · ຮູບທີ 5

ຂ່າວ: ສຸກສະຫວ່າງ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 59 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່