ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ນຳສົ່ງຄົນຕ່າງປະເທດຈຳນວນ 46 ຄົນທີ່ລັກລອບເຂົ້າ-ອອກເມືອງ ຜິດກົດໝາຍ.

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ64 ຄັ້ງ
ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ນຳສົ່ງຄົນຕ່າງປະເທດຈຳນວນ 46 ຄົນທີ່ລັກລອບເຂົ້າ-ອອກເມືອງ ຜິດກົດໝາຍ.
ADadvertisement
ADadvertisement
ADadvertisement

ໃນໄລຍະເດືອນ ພຶດສະພາ 2026 ນີ້ໜ່ວຍສະເພາະກິດຫ້ອງສັນຕິບານ ແລະ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງອຸດົມໄຊ ສົມທົບພາກສ່ວນກ່ຽວຂ້ອງເຂົ້າກວດກາພ້ອມກັກຕົວຄົນຕ່າງປະເທດທີ່ມາພັກເຊົາຢູ່ຈຸດໂຮງແຮມ ເຂດບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ ຈຳນວນ 02 ຈຸດ, ຜ່ານການເຂົ້າກວດກາຕົວຈິງພົບເຫັນຄົນຕ່າງປະເທດ ທີ່ມາພັກເຊົາລີ້ຊ້ອນບໍ່ຖືກຕ້ອງ ຈໍານວນ 50 ຄົນ, ໂທລະສັບ 53 ເຄື່ອງ ພ້ອມເຄື່ອງຕິດຕົວຈຳນວນໜຶ່ງ. ໃນນີ້ ຄົນສັນຊາດຈີນ 46 ຄົນ, ສັນຊາດມຽນມາ 04 ຄົນ.

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ນຳສົ່ງຄົນຕ່າງປະເທດຈຳນວນ 46 ຄົນທີ່ລັກລອບເຂົ້າ-ອອກເມືອງ ຜິດກົດໝາຍ.

ຜ່ານການກວດກາ ແລະ ສືບສວນ-ສອບສວນ ຂັ້ນເບື້ອງຕົ້ນຂອງເຈົ້າໜ້າທີ່ ຈໍານວນເປົ້າໝາຍດັ່ງກ່າວແມ່ນບໍ່ມີໜັງສືຜ່ານແດນ (Passport) ທີ່ຊັດເຈນ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງອຸດົມໄຊ ຈຶ່ງໄດ້ກັກຕົວດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນ.

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ນຳສົ່ງຄົນຕ່າງປະເທດຈຳນວນ 46 ຄົນທີ່ລັກລອບເຂົ້າ-ອອກເມືອງ ຜິດກົດໝາຍ. · ຮູບທີ 2

ໃນວັນທີ 26 ພຶດສະພາ 2026 ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ນຳຕົວພວກກ່ຽວສົ່ງໃຫ້ທາງການຈີນເພື່ອດຳເນີນຄະດີຕາມກົດໝາຍຕໍ່ໄປ, ຝ່າຍລາວຕາງໜ້າມອບໂດຍ ພັທ ບຸນຄຳ ສູລິໄຊ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງອຸດົມໄຊ ສປປ ລາວ, ຝ່າຍຈີນຕາງໜ້າຮັບໂດຍ ພັທ ຈາງຊຽງ ຫົວໜ້າກອງຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ກອງບັນຊາການຕຳຫຼວດ ເມືອງຫຼ້າ ແຂວງຢຸນນານ ສປ ຈີນ, ມີເຈົ້າໜ້າທີ່ວິຊາສະເພາະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ນຳສົ່ງຄົນຕ່າງປະເທດຈຳນວນ 46 ຄົນທີ່ລັກລອບເຂົ້າ-ອອກເມືອງ ຜິດກົດໝາຍ. · ຮູບທີ 3

ສ່ວນຄົນສັນຊາດມຽນມາ ຈຳນວນ 04 ຄົນແມ່ນພວມສືບຕໍ່ດຳເນີນ.

ຂ່າວ: ປກສ ແຂວງອຸດົມໄຊ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 64 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່