ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເກົາຫຼີໃຕ້ສະແດງແສນຍານຸພາບ ຈັດຊ້ອມຮົບຍິງຈິງຄັ້ງໃຫຍ່ ອວດອາວຸດຍຸດໂທປະກອນຕໍ່ນານາຊາດ

ໂດຍ kaling
· 6 ເດືອນ ກ່ອນອ່ານ 2 ນາທີ64 ຄັ້ງ
ເກົາຫຼີໃຕ້ສະແດງແສນຍານຸພາບ ຈັດຊ້ອມຮົບຍິງຈິງຄັ້ງໃຫຍ່ ອວດອາວຸດຍຸດໂທປະກອນຕໍ່ນານາຊາດ
ADadvertisement
ADadvertisement
ADadvertisement

ກອງທັບເກົາຫຼີໃຕ້ຈັດການຊ້ອມຮົບຍິງຈິງຄັ້ງໃຫຍ່ທີ່ເມືອງໂພຊອນ ທາງພາກເໜືອຂອງປະເທດ ສະແດງຄວາມພ້ອມ ແລະ ສັກຍະພາບການປະຕິບັດການຮ່ວມຂອງກອງທັບ ທ່າມກາງສະຖານະການຄວາມໝັ້ນຄົງໃນຄາບສະໝຸດເກົາຫຼີທີ່ຍັງຄົງຕຶງຕຽງ.

ການຊ້ອມຮົບຄັ້ງນີ້ໄດ້ນຳຍຸດໂທປະກອນເຂົ້າຮ່ວມຫຼາຍເຖິງ 457 ລາຍການ ຄອບຄຸມທັງກຳລັງພາກພື້ນດິນ ແລະ ທາງອາກາດ ໂດຍອາວຸດສຳຄັນທີ່ຖືກນຳມາສະແດງປະກອບດ້ວຍ ລົດຖັງຫຼັກ K2 Black Panther, ປືນໃຫຍ່ອັດຕາຈອນ K9, ເຄື່ອງຍິງຈະຫຼວດຫຼາຍລຳກ້ອງ, ເຮລີຄອບເຕີໂຈມຕີ ລວມທັງເຄື່ອງບິນຂັບໄລ່ KF-21 ຊຶ່ງເປັນເຄື່ອງບິນລົບລຸ້ນໃໝ່ທີ່ເກົາຫຼີໃຕ້ພັດທະນາຂຶ້ນເອງ.

ພາຍໃນງານມີຜູ້ເຂົ້າຮ່ວມຊົມປະມານ 1,900 ຄົນ ທັງເຈົ້າໜ້າທີ່ດ້ານຄວາມໝັ້ນຄົງ, ບຸກຄະລາກອນທາງທະຫານ ແລະ ຜູ້ສັງເກດການ ຊຶ່ງຖືເປັນໜຶ່ງໃນການສາທິດກຳລັງລົບຂະໜາດໃຫຍ່ຂອງເກົາຫຼີໃຕ້ໃນໄລຍະທີ່ຜ່ານມາ.

ກະຊວງກາລະໂຫມເກົາຫຼີໃຕ້ລະບຸວ່າ ການຝຶກຄັ້ງນີ້ມຸ່ງເນັ້ນການສະແດງເຈດຈຳນົງດ້ານການປ້ອງກັນປະເທດແບບພຶ່ງພາຕົນເອງ ເທິງພື້ນຖານຂີດຄວາມສາມາດທາງທະຫານຂອງເກົາຫຼີໃຕ້ເອງ ພ້ອມທັງເນັ້ນຍ້ຳເຖິງສັກຍະພາບຂອງກອງທັບໃນການຮັບມືໄພຂົ່ມຂູ່ທັນສະໄໝ.

ນອກຈາກນີ້ ການຊ້ອມຮົບຍັງເປັນສ່ວນໜຶ່ງຂອງການທົດສອບ ແລະ ກວດສອບປະສິດທິພາບການປະຕິບັດການຂອງລະບົບອາວຸດ ແລະ ເທັກໂນໂລຊີທາງທະຫານຂັ້ນສູງ ທີ່ພັດທະນາໂດຍອຸດສາຫະກຳປ້ອງກັນປະເທດຂອງເກົາຫຼີໃຕ້.

ກະຊວງກາລະໂຫມຍັງລະບຸອີກວ່າ ການເປີດເຜີຍການຝຶກຕໍ່ສາທາລະນະ ແລະ ສື່ມວນຊົນ ມີເປົ້າໝາຍເພື່ອສະແດງໃຫ້ທັງປະຊາຊົນພາຍໃນປະເທດ ແລະ ນານາຊາດໄດ້ເຫັນເຖິງສັກຍະພາບທີ່ພິສູດໄດ້ຈິງ ຂອງອາວຸດທີ່ຜະລິດໂດຍເກົາຫຼີໃຕ້ ຊຶ່ງໃນໄລຍະຫຼາຍປີທີ່ຜ່ານມາ ເກົາຫຼີໃຕ້ກຳລັງຜັກດັນຕົວເອງຂຶ້ນເປັນໜຶ່ງໃນຜູ້ສົ່ງອອກອາວຸດລາຍສຳຄັນຂອງໂລກ.

ທີ່ຜ່ານມາ ອາວຸດຍຸດໂທປະກອນຂອງເກົາຫຼີໃຕ້ ເຊັ່ນ ລົດຖັງ K2 ແລະ ປືນໃຫຍ່ອັດຕາຈອນ K9 ໄດ້ຮັບຄວາມສົນໃຈຈາກຫຼາຍປະເທດໃນຢູໂຣບ, ຕາເວັນອອກກາງ ແລະ ອາຊີ ຈາກຈຸດເດັ່ນດ້ານເທັກໂນໂລຊີ, ຄວາມທັນສະໄໝ ແລະ ຄວາມສາມາດໃນການຜະລິດຈຳນວນຫຼາຍພາຍໃນປະເທດ.

ການຊ້ອມຮົບຄັ້ງນີ້ຍັງສະທ້ອນເຖິງຄວາມພະຍາຍາມຂອງລັດຖະບານເກົາຫຼີໃຕ້ໃນການເສີມສ້າງຂີດຄວາມສາມາດທາງທະຫານ ທ່າມກາງຄວາມກັງວົນດ້ານຄວາມໝັ້ນຄົງໃນພາກພື້ນ ໂດຍສະເພາະຈາກໂຄງການພັດທະນາອາວຸດ ແລະ ຂີ້ປະນາວຸດຂອງເກົາຫຼີເໜືອທີ່ຍັງສືບຕໍ່ດຳເນີນໄປຢ່າງຕໍ່ເນື່ອງ.

ຂ່າວຈາກ: Yonhap

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 64 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່