
ຈັດກອງປະຊຸມເພື່ອວາງແຜນການອົບພະຍົບຄົນຕິດຢູ່ໃນອອກຈາກຖ້ຳ
K
ໂດຍ kaling
· 6 ເດືອນ ກ່ອນອ່ານ 1 ນາທີ80 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:10

ທີມກູ້ໄພພ້ອມກັບທີມຜູ້ຊ່ຽວຊານດ້ານການດຳນ້ຳໃນຖ້ຳ ໄດ້ຈັດກອງປະຊຸມເພື່ອວາງແຜນການອົບພະຍົບຄົນຕິດຢູ່ໃນອອກຈາກຖ້ຳ
ນອກຈາກນີ້,ຜູ້ຊ່ຽວຊານດໍານໍ້າຖໍ້າຊຸດໃໝ່ ກຽມເຂົ້າຮ່ວມໃນພາລະກິດຊ່ວຍຜູ້ປະສົບໄພຕິດຄ້າງຖໍ້າ ທີ່ແຂວງໄຊສົມບູນ
ເພຈດໍານໍ້າກູ້ໄພປະເທດໄທລາຍງານເວລາ 13:37 ໂມງ ວັນທີ 29 ພຶດສະພາ ວ່າ: ທີມຜູ້ຊ່ຽວຊານດໍານໍ້າຖໍ້າ 4 ທ່ານ ຈາກ 4 ປະເທດ ກໍາລັງເດີນທາງມາ ສປປ ລາວ ເພື່ອມາຮ່ວມພາລະກິດຊ່ວຍປະຊາຊົນຕິດຖໍ້າ ທີ່ ແຂວງໄຊສົມບູນ, ໃນນັ້ນມີ:

1. Naruchit Kiatmaneesri ຈາກປະເທດໄທ
2. Robin Cuesta ຈາກປະເທດຝຣັ່ງ
3. Audita Harsono ຈາກປະເທດອິນໂດເນເຊຍ
4. Josh Richards ຈາກປະເທດອົດສະຕຣາລີ
ຍັງມີທີມນັກດຳນໍ້າ ທີມຊະໂດອຸດອນ ຈາກປະເທດໄທ ກໍຈະເຂົ້າຮ່ວມປະຕິບັດພາລະກິດນຳເຊັ່ນກັນ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 80 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/10300
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່







