
ຈັບຕົວໄດ້ແລ້ວຊາຍກໍ່ເຫດຕິດຄິວອາໂຄດສະແກນຈ່າຍ-ຮັບເງິນຕາມປໍ້ານໍ້າມັນ ແລະ ຕະຫຼາດ
P
ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ54 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:01

ໃນໄລຍະເດືອນ ພຶດສະພາ 2026, ໄດ້ມີຄົນຮ້າຍເຄື່ອນໄຫວເລາະຕິດຄິວອາໂຄດ ( QR Code ) ສະແກນຈ່າຍ-ຮັບເງິນ ບັນຊີທະນາຄານ ຂອງຕົນເອງທັບໃສ່ QR code ຂອງບັນດາຫ້າງຮ້ານ, ຫົວໜ່ວຍທຸລະກິດ ຢູ່ຕາມປໍ້ານຳມັນ ແລະ ຕະຫຼາດ ໃນຂອບເຂດເມືອງ ສີໂຄດຕະບອງ, ເມືອງ ໄຊທານີ ແລະ ເມືອງ ໄຊເສດຖາ.

ຜ່ານການເຄື່ອນໄຫວປະຕິບັດໜ້າທີ່ຂອງກົມຕຳຫຼວດສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຕົກມາຮອດເວລາ 18:00 ໂມງຂອງວັນທີ 2 ມີຖຸນາ 2026 ເຈົ້າໜ້າທີ່ສາມາດກັກຕົວຜູ້ກໍ່ເຫດຊື່ ທ້າວ ທອງພັນ ອາຍຸ 35 ປີ, ອາຊີບ ກຳມະກອນ ປະຈຸບັນຢູ່ບ້ານ ໜອງປີງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ເຊິ່ງປະຈຸບັນນີ້ ເຈົ້າໜ້າທີ່ກົມຕຳຫຼວດສືບສວນ-ສອບສວນ ກໍາລັງດຳເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໜາຍ.
ທີ່ມາ:ຄວາມສະຫງົບ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 54 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/10358
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່







