ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ລົງຕິດຕາມກວດກາ ຕຶກອາຄານບັນດາຄຸ້ມ ຢູ່ໃນເຂດເສດຖະກິດພິເສດສາມຫ່ຽມຄຳ

ໂດຍ kaling
· 6 ເດືອນ ກ່ອນອ່ານ 1 ນາທີ47 ຄັ້ງ
ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ລົງຕິດຕາມກວດກາ ຕຶກອາຄານບັນດາຄຸ້ມ ຢູ່ໃນເຂດເສດຖະກິດພິເສດສາມຫ່ຽມຄຳ
ADadvertisement
ADadvertisement
ADadvertisement

ໃນວັນທີ 29 ພຶດສະພາ 2026, ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຮ່ວມກັບ ຫ້ອງການຮັກສາຄວາມປອດໄພ ນຳໂດຍ ທ່ານ ພັອ ວິພາກອນ ສິງຈັນທາ ຮອງຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເຄື່ອນໄຫວຕິດຕາມກວດກາ ຕຶກອາຄານບັນດາຄຸ້ມ ຢູ່ໃນເຂດເສດຖະກິດພິເສດສາມຫ່ຽມຄຳ ໂດຍໄດ້ແບງອອກເປັນ 4 ໂຊນຄື: ໂຊນ A ປະກອບມີ 19 ຄຸ້ມ, ໂຊນ B ປະກອບມີ 18 ຄຸ້ມ, ໂຊນ C ປະກອບມີ 3 ຄຸ້ມ ແລະ ໂຊນ D ປະກອບມີ 08 ຄຸ້ມ.

ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ລົງຕິດຕາມກວດກາ ຕຶກອາຄານບັນດາຄຸ້ມ ຢູ່ໃນເຂດເສດຖະກິດພິເສດສາມຫ່ຽມຄຳ

ຜ່ານການລົງຕິດຕາມກວດກາຕົວຈິງແມ່ນບໍ່ພົບເຫັນກຸ່ມຄົນທີ່ເຄືອນໄຫວອາດຊະຍາກໍຳສໍ້ໂກງຊັບທາງໂທລະຄົມ, ມີພຽງແຕ່ຄົນສັນຊາດມຽນມາຈຳນວນໜຶ່ງ ທີ່ອາໃສຢູ່ເປັນຄອບຄົວ ແລະ ເປັນຜູ້ດູແລປົກປັກຮັກສາຕຶກອາຄານ, ສ່ວນສະຖານທີ່ໂຮງແຮມ ແລະ ອາພາດເມັ້ນແມ່ນມີຄົນສັນຊາດຈີນຈຳນວນໜຶ່ງໄດ້ອາໃສພັກເຊົາຢູ່.

ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ລົງຕິດຕາມກວດກາ ຕຶກອາຄານບັນດາຄຸ້ມ ຢູ່ໃນເຂດເສດຖະກິດພິເສດສາມຫ່ຽມຄຳ · ຮູບທີ 2

ສໍາລັບແຜນການໃນຕໍ່ໜ້າ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈະສົມທົບກັບພາກສວນທີ່ກ່ຽວຂ້ອງ ສືບຕໍ່ດຳເນີນການຕິດຕາມເຝົ້າລະວັງ ແລະ ລົງກວດກາແຕ່ລະໂຊນເປັນປົກກະຕິ ປະຈຳອາທິດ ຖ້າຫາກມີຂໍ້ມູນແຫຼ່ງຂ່າວ ທີ່ມີມູນຄວາມຈິງແທ້ ວ່າມີການເຄື່ອນໄຫວສໍ້ໂກງຊັບທາງໂທລະຄົມ ແມ່ນຈະໄດ້ດຳເນີນການແກ້ໄຂຕາມລະບຽບກົດໝາຍ.

ADadvertisement
ADadvertisement
ADadvertisement
ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ລົງຕິດຕາມກວດກາ ຕຶກອາຄານບັນດາຄຸ້ມ ຢູ່ໃນເຂດເສດຖະກິດພິເສດສາມຫ່ຽມຄຳ · ຮູບທີ 3

ທັງນີ້, ກໍເພື່ອເປັນການສະກັດກັ້ນກຸ່ມຄົນບໍ່ດີ ທີ່ຈະນຳໃຊ້ເຂດດັ່ງກ່າວເຄື່ອນໄຫວອາດສະຍາກຳສໍ້ໂກງຊັບທາງໂທລະຄົມ ແລະ ເພື່ອເຮັດໃຫ້ເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີຄວາມສະຫງົບ, ມີຄວາມປວດໄພ ແລະ ເປັນລະບຽບຮຽບຮ້ອຍ.

ຂ່າວຈາກ: ຄວາມສະຫງົບ Lao Security News

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່